(ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ນ)
(vovworld) - ວັນທີ 28/6, ມີຊາວກຳປູເຈຍ ປະມານ 250 ຄົນ, ດ້ວຍການຊ່ວຍໜູນຂອງສະມາຊິກສະພາແຫ່ງຊາດພັກຝ່າຍຄ້ານກຳປູເຈຍ CNRP ຈຳນວນໜຶ່ງ ໄດ້ບຸກເຂົ້າຫຼັກໝາຍຊາຍແດນ 203 ໂດຍຫວຽດນາມ ຄຸ້ມຄອງ ທີ່ຂຶ້ນກັບແຂວງລອງອານ. ຕໍ່ໜ້າການກະທຳ ຜິດພາດດັ່ງກ່າວ, ກຳລັງຮັບຜິດຊອບໜ້າທີ່ ແລະ ຊາວທ້ອງຖີ່ນບາງຄົນໄດ້ກີດຂວາງ ແລະ ອະທິບາຍ, ແຕ່ພັດຖືກພາກສ່ວນຫົວຮຸນແຮງຊາວກຳປູເຈຍ ຈຳນວນໜຶ່ງບຸກໂຈມຕີ, ເຮັດໃຫ້ຊາວຫວຽດນາມ 7 ຄົນຖືກບາດເຈັບ. ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເຫດການດັ່ງກ່າວ. ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ນ, ຢືນຢັນວ່າ:
“ພວກຂ້າພະເຈົ້າກ່າວປະນາມການກະທຳຫົວຮຸນແຮງໂດຍຊາວກຳປູເຈຍຫົວຮຸນແຮງບາງຄົນກໍ່ຂຶ້ນ, ນີ້ແມ່ນການກະທຳລະເມີດກົດໝາຍຂອງສອງປະເທດ, ລະເມີດສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງລະຫວ່າງຫວຽດນາມ ແລະ ກຳປູເຈຍ, ສົ່ງຜົນສະທ້ອນເຖິງວິວັດການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ ກໍ່ຄືການພົວພັນອັນດີງາມລະຫວ່າງສອງປະເທດ. ຫວຽດນາມ ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານກັບກຳປູເຈຍ, ປາດຖະໜາຢາກພັດທະນາເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ. ພວກຂ້າພະເຈົ້າຮຽກຮ້ອງບັນດາອົງການກ່ຽວຂ້ອງຂອງກຳປູເຈຍ ມີມາດຕະການແກ້ໄຂເຫດການນີ້ຢ່າງເໝາະສົມ, ບໍ່ປະໃຫ້ການກະທຳຄ້າຍຄືກັນເກີດຂຶ້ນ, ຮັບປະກັນໃຫ້ວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນດຳເນີນໄປຢ່າງສະດວກ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ“.