ພິທີວາງສີລາລຶກກໍ່ສ້າງສະຖາບັນເສດຖະກິດການເງິນດົງຄຳຊ້າງໄລຍະທີ່ 2
(ພາບ: Internet )
|
Vovworld- ຕອນເຊົ້າວັນທີ 26/6, ຢູ່ນະຄອນຫຼວງວຽງຈັນ, 2 ກະຊວງການເງິນຂອງຫວຽດນາມ ແລະ ລາວໄດ້ສົມທົບກັນຈັດພິທີວາງສີລາລຶກກໍ່ສ້າງສະຖາບັນເສດຖະກິດການເງິນດົງຄຳຊ້າງໄລຍະທີ່ 2, ດ້ວຍແຫຼ່ງທຶນ ຊ່ວຍເຫຼືອລ້າຂອງ ລັດຖະບານ ຫວຽດນາມທີ່ສະຫງວນໃຫ້ແກ່ລັດຖະບານລາວ. ໂຄງການກໍ່ສ້າງສະຖາບັນ ເສດຖະກິດການເງິນດົງຄຳຊ້າງໄລຍະທີ່ 2 ມີຍອດເງິນລົງທຶນກ່ວາ 123 ຕື້ດົງ, ໃນນັ້ນທຶນຊ່ວຍເຫຼືອລ້າຂອງ ລັດຖະບານຫວຽດນາມທີ່ສະຫງວນໃຫ້ແກ່ລັດຖະບານລາວແມ່ນເກືອບ 114 ຕື້ດົງ. ໂຄງການປະກອບດ້ວຍບັນດາກິດຈະກຳຍ່ອຍຕ່າງໆຄື : ບັນດາອາຄານຮຽນ, ຫ້ອງຈັດຕັ້ງປະຊຸມ, ຫໍສະໝຸດ, ຫໍພັກ....ຄາດວ່າໂຄງການຈະຖືກນຳເຂົ້າໃຊ້ການນັບແຕ່ປີ 2014 ຊຶ່ງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງນັກສຶກສາ ແລະ ພະນັກງານຂະແໜງການເງິນຂອງລາວແຕ່ 3000 – 4000 ຄົນ ໃນໄລຍະ 2010 – 2020.
ກ່າວຄຳເຫັນທີ່ພິທີວາງສີລາລຶກ, ທ່ານລັດຖະມົນຕີກະຊວງການເງິນຫວຽດນາມ Vuong Dinh Hue ໃຫ້ຮູ້ວ່າ ນີ້ແມ່ນໂຄງການຈຸດສຸມ, ມີຄວາມໝາຍ ດ້ານການເມືອງ ແລະ ມີຄວາມສຳຄັນຍຸດທະສາດໃນໂຄງການຮ່ວມມື ລະຫວ່າງ 2 ກະຊວງການເງິນຂອງ 2 ປະເທດໃນໄລຍະ 2011 – 2015 ແລະ ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ຮ່ວມມື ທີ່ສຳຄັນຂອງ 2 ກະຊວງແນໃສ່ຕອບ ສະໜອງ “ ປີສາມັກຄີມິດຕະພາບຫວຽດນາມ - ລາວ 2012 ” ສະແດງ ໃຫ້ເຫັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ, ປະກອບສ່ວນເຂົ້າໃນກິດຈະການສ້າງສາ ແລະ ປ່ຽນແປງໃໝ່ປະເທດຊາດ, ນຳປະເທດລາວກາຍເປັນປະເທດພັດທະນາ, ເຊື່ອມໂຍງຢ່າງຮອບດ້ານເຂົ້າກັບພື້ນຖານເສດຖະກິດສາກົນ.