ຫວຽດນາມຕັ້ງໜ້າເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມທົ່ວໂລກກ່ຽວກັບຕ້ານກໍ່ການຮ້າຍນິວຄະເລຍ

ຫວຽດນາມຕັ້ງໜ້າເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມທົ່ວໂລກກ່ຽວກັບຕ້ານກໍ່ການຮ້າຍນິວຄະເລຍ - ảnh 1

(ພາບປະກອບ ອິນເຕີແນດ)

(vovworld) – ທ້າຍ​ອາທິດ​ຜ່ານ​ມາ, ພ້ອມ​ກັບ​ຜູ້​ຕາງໜ້າ​ຂອງ 85 ປະ​ເທດ ​ແລະ 4 ອົງການ​ຈັດ​ຕັ້ງ​ສາກົນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​​ເຂົ້າ​ຮ່ວມ​ກອງ​ປະຊຸມຂໍ້​ລິ​ເລີ່​ມທົ່ວ​ໂລກ​ກ່ຽວ​ກັບ​ຕ້ານ​ກໍ່​ການ​ຮ້າຍ​ນິວຄະ​ເລຍ (GICNT) ຄັ້ງ​ທີ 8, ​ເຊິ່ງຈັດ​ຕັ້ງ​ຢູ່ ​ເມ​ຊີ​ໂກ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ຄະນະ​ຜູ້​ແທນ​ຫວຽດນາມ​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ GICNT ​ໃນ​ການ​ເຕົ້າ​ໂຮມ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ໂລກ ​ເພື່ອ​ຮັບ​ມື​ກັບ​ໄພ​ກໍ່​ການ​ຮ້າຍ​ນິວຄະ​ເລຍ, ພ້ອມ​ທັງ​ຢືນຢັນ​ຈະ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ທີ່​ດຳ​ເນີນ​ໃນ​ຂອບ​ເຂດ GICNT. ຄະນະ​ຜູ້​ແທນ​ຫວຽດນາມ ຍັງ​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ, ​ແລະ ຢືນຢັນ​​ເຖິງ​ບົດບາດ​ຈຸດ​ສູມ​ຂອງ​ອົງການ​ພະລັງງານ​ປະລະ​ມາ​ນູສາກົນ  (IAEA) ​ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ປອດ​ໄພ​ດ້ານ​ນິວຄະ​ເລຍ ​ແລະ ການ​ຮ່ວມ​ມື​ສາກົນ​ດ້ານ​ນິວຄະ​ເລຍ.

 

ຂ່າວ/ບົດ​ອື່ນ