ຫວຽດນາມບັນລຸກ່ອນກຳນົດເວລາ
ສຳລັບ5/8ເປົ້າໝາຍພັດທະນາສະຫັດສະວັດ
(ພາບປະກອບ: baodautu)
(vovworld) – ວັນທີ 24/09, ຫ້ອງການສະຫະປະຊາຊາດປະຈຳຫວຽດນາມ ໄດ້ຈັດກອງປະຊຸມຂ່າວ ຕີລາຄາໝາກຜົນ 15 ປີແຫ່ງການປະຕິບັດເປົ້າໝາຍສະຫັດສະວັດໃນໂລກ ແລະ ຫວຽດນາມ. ຢູ່ທີ່ນີ້, ບັນດານັກຊ່ຽວຊານສະຫະປະຊາຊາດ ເນັ້ນໜັກວ່າ: ໂດຍແມ່ນສະມຊິກຂອງສະຫະປະຊາຊາດ, ຫວຽດນາມ ໄດ້ບັນລຸກ່ອນກຳນົດເວລາສຳລັບ 5 ໃນຈຳນວນ 8 ເປົ້າໝາຍພັດທະນາສະຫັດສະຫວັດ. ແຕ່ວ່າ, ຫວຽດນາມ ຫາກໍບັນລຸໄດ້ບັນດາໝາກຜົນທີ່ດີພໍສົມຄວນ ຢູ່ໃນ 3 ເປົ້າໝາຍພັດທະນາສະຫັດສະວັດ, ສ່ວນຍັງເຫຼືອລວມທັງ: ການສະກັດກັ້ນ ແລະ ຍູ້ຖອຍເຊື້ອ HIV/AIDS, ໄຂຍຸງ ແລະ ບັນດາໂລກຜະຍາດອື່ນໆ; ຮັບປະກັນຄວາມໝັ້ນຄົງດ້ານສິ່ງແວດລ້ອມ ແລະ ສ້າງການພົວພັນຄູ່ຮ່ວມມືທົ່ວໂລກເພື່ອການພັດທະນາ. ຕາມບັນດານັກຊ່ຽວຊານສະຫະປະຊາຊາດ, ໃນໄລຍະຈະມາເຖິງ, ຫວຽດນາມ ຕ້ອງປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດທີ່ຍັງເຫຼືອໂດຍໄວ, ເພີ່ມທະວີບັນດານະໂຍບາຍຢ່າງແຮງ ກໍຄືຍົກອອກບັນດາການກຳນົດທິດໃຫ້ເໝາະສົມກວ່າ ເພື່ອແນໃສ່ປະຕິບັດເປົ້າໝາຍສະຫັດສະວັດ.