ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບສະຫະພາບເອີລົບ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ
ຕ້ອນຮັບທ່ານFederica Mogherini
(ພາບ: VGP)
(vovworld) - ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບສະຫະພາບເອີລົບ, ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ທີ່ການຕ້ອນຮັບຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງອີຢູ (EU) Federica Mogherini ໃນຕອນບ່າຍວັນທີ 14/07, ເນື່ອງໃນໂອກາດຮ່ວມເດີນທາງພ້ອມກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືອາຊີ - ເອີລົບ ຄັ້ງທີ 11 (ASEM 11) ຢູ່ມົງໂກນ ໃນລະຫວ່າງວັນທີ 15 – 16/07. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ EU ເຊັນ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - EU (EVFTA) ໂດຍໄວແລະ ຜັນຂະຫຍາຍສັນຍາແມ່ຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານຫວຽດນາມ - EU (PCA) ຢ່າງມີປະສິດທິຜົນ.
ສ່ວນທ່ານ Federica Mogherini ຢືນຢັນວ່າ, EU ສືບຕໍ່ນະໂຍບາຍຖືເປັນສຳຄັນການເພີ່ມທະວີການພົວພັນກັບຫວຽດນາມ ແລະ ອາຊຽນ.
ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເຫັນດີິເປັນເອກະພາບນຳກັນຕ້ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ເສລີ, ຄວາມສະຫງົບປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດຖະແຫຼງການກ່ຽວກັບການພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຄົບຖ້ວນ ແລະ ກ້າວໄປເຖິງການສ້າງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).