ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ແລະ
ທ່ານນາຍົກລັດຖະມົນຕີ Israel Benjamin Netanyahu
(ພາບ:VGP/NguyenLinh)
(vovworld) – ໃນລະຫວ່າງວັນທີ 01 – 03/12, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມປະເທດ Israel ຢ່າງເປັນທາງການ. ໃນຂອບເຂດການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ມີການພົບປະ ແລະ ເຮັດວຽກກັບທ່ານ Silvan Shalon ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງພາຍໃນ Israel, ທ່ານ Ofir Akunis ລັດຖະມົນຕີວ່າການກະຊວງວິທະຍາສາດ, ເຕັກໂນໂລຢີ ແລະ ອາວະກາດ, ຕ້ອນຮັບ ແລະ ເຮັດວຽກກັບກຸ່ມບໍລິສັດ Elbit System, Hutchison Kinrot, ໄປຢ້ຽມຢາມເຂດອຸດສາຫະກຳ ອາວະກາດ Babat.
ເນື່ອງໃນໂອກາດນີ້, ຢູ່ນະຄອນຫລວງ Tel Aviv, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - Israel. ເວທີປາໄສດຶງດູດການເຂົ້າຮ່ວມຂອງການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ Israel ໃນບັນດາຂົງເຂດ ວິທະຍາສາດ - ເຕັກໂນໂລຢີ, ກະສິກຳ…ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ການພັດທະນາແບບຍືນຍົງ, ເຕີບໂຕຂຽວແມ່ນ ຄາດໝາຍ ເຊິ່ງ ຫວຽດນາມ ພວມມຸ່ງໄປເຖິງ ແລະ ສິ່ງນີ້ກໍເໝາະສົມກັບບັນດາຂົງເຂດທ່າແຮງຂອງ Israel ຄືກະສິກຳເຕັກໂນໂລຢີສູງ, ເຕັກໂນໂລຢີຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ສາທາລະນະສຸກ…ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ: ບັນດາຄູ່ຮ່ວມມື 2 ຝ່າຍຈະສືບຕໍ່ເພີ່ມທະວີການຊອກຮູ້, ຮ່ວມມືໃນບັນດາຂົງເຂດນີ້, ໃຫ້ບັນລຸຜົນງານ ພິເສດແມ່ນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ຂະແໜງວິທະຍາສາດ, ເຕັກໂນໂລຢີ, ແບ່ງປັນບົດຮຽນ ແລະ ພູມປັນຍາ, ສ້າງຄວາມສາມາດພ້ອມກັບຮ່ວມມື, ມີຫົວຄິດປະດິດສ້າງ ແນໃສ່ນຳມາເຊິ່ງບັນດາໝາກຜົນທີ່ມີຄຸນຄ່າຕະຫລາດ, ແບ່ງປັນບົດຮຽນພັດທະນາຮູບແບບທົ່ວປະເທດດຳເນີນອາຊີບ, ໜູນໃຊ້ເຕັກໂນໂລຢີສູງໃຫ້ຫລາຍກ່ວາອີກ ເພື່ອຊຸກຍູ້ຂະແໜງກະສິກຳ ເຊິ່ງແມ່ນເສົາຄ້ຳສຳຄັນຂອງພື້ນຖານເສດຖະກິດ.