ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບປະຊາຄົມໂລກເພື່ອຕ້ານການໃຊ້ຄວາມຮຸນແຮງ
ຜູ້ແທນເຂົ້າຮ່ວມກອງປະຊຸມ IDC 2016
ພາບ:TTXVN
|
(vovworld)- ແຕ່ວັນທີ 25-26/1, ກອງປະຊຸມສາກົນກ່ຽວກັບການຕ້ານລັດທິນິຍົມຄວາມກ້າວຫນ້າ ແລະ ຫົວຮຸນແຮງໃຊ້ຄວາມຮຸນແຮງ (IDC) 2016 ດຳເນີນໄປຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ໂດຍມີການເຂົ້າຮ່ວມຂອງບັນດາກະຊວງ, ຫົວຫນ້າຄະນະ, ນັກຮຽນຮູ້ມາຈາກບັນດາປະເທດສະມາຊິກ ອາຊຽນ ແລະ 9 ປະເທດ ຄູ່ຮ່ວມມືຍຸດທະສາດຂອງ ມາເລເຊຍ ຊື່ງລວມມີ: ອົດສະຕາລີ, ຝລັ່ງ, ອີຕາລີ, ຍີ່ປຸ່ນ, ຈີນ, ຊາອຸດີ ອາຣັບບີ ແລະ ຢູໄນເຕັດ ອາຣັບເອມີເລດ, ອັງກິດ ແລະ ອາເມລິກາ. ຄະນະຜູ້ແທນຫວຽດນາມ ໂດຍ ທ່ານ ຟ້າມຢູງ, ລັດຖະມົນຕີຊ່ວຍວ່າການກະຊວງຕຳຫລວດ ນຳຫນ້າ ເຂົ້າຮ່ວມກອງປະຊຸມດັ່ງກ່າວ . ກອງປະຊຸມ ເພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການປ້ອງກັນຄວາມສະຫງົບໃນທົ່ວໂລກ ຜ່ານບັນດາໂຄງການຕ້ານການໃຊ້ຄວາມຮຸນແຮງຫົວຮຸນແຮງ, ແບ່ງປັນ ແລະ ໄຈ້ແຍກບັນດາການເຄື່ອນໄຫວປະສິດທິຜົນໃນບັນດາລາຍການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງຫົວຮຸນແຮງ ລະຫວ່າງບັນດາປະເທດເຂົ້າຮ່ວມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງຕຳຫລວດຟ້າມຢູງ ໄດ້ຊີ້ແຈ້ງທັດສະນະ, ນະໂຍບາຍ, ບັນດາການເຄື່ອນໄຫວ ແລະ ຜົນງານຂອງຫວຽດນາມ ໃນການປ້ອງກັນ, ຕ້ານແນວຄິດຫົວຮຸນແຮງ ໃຊ້ຄວາມຮຸນແຮງ ພ້ອມທັງຢືນຢັນ ຫວຽດນາມ ຍາມໃດກໍພ້ອມແລ້ວຮ່ວມມືໃນບັນດາຂອບເຂດຫລາຍຝ່າຍ, ສອງຝ່າຍ ກັບປະຊາຄົມໂລກ ໃນຂົງເຂດຕ້ານການກໍ່ການຮ້າຍ, ຕ້ານແນວຄິດຫົວຮຸນແຮງ.