(ພາບປະກອບ)
(vovworld) – ປີ 2015, ຄາດຄະເນວ່າບັນດາທ້ອງຖິ່ນພາຍໃນປະເທດ ມີຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ 115 ພັນຄົນ, ເພີ່ມ 8,5% ເມື່ອທຽບໃສ່ກັບປີ 2014. ບາງຕະຫລາດຈຸດສຸມ ທີ່ຮັບຜູ້ອອກແຮງງານ ຫວຽດນາມ ຫລາຍຄົນ ແມ່ນ ໃຕ້ຫວັນ (ຈີນ) ແລະ ຍີ່ປຸ່ນ. ພ້ອມກັບການສືບຕໍ່ເປີດກ້ວາງຕະຫລາດສົ່ງອອກຄົນງານ, ປີ 2015 ຄຸນນະພາບຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ. ຜູ້ອອກແຮງງານ ຫວຽດນາມ ສືບຕໍ່ເຮັດວຽກຢູ່ບັນດາຂົງເຂດ, ອາຊີບໃໝ່ ເຊິ່ງມີຄວາມຮຽກຮ້ອງດ້ານຄຸນນະພາບສູງຄື: ນາງແພດ, ພະຍາບານຢູ່ ຍີ່ປຸ່ນ ແລະ ສາທາລະນະລັດ ເຢຍລະມັນ. ປະຈຸບັນ ຫວຽດນາມ ມີຜູ້ອອກແຮງງານ 500 ພັນກ່ວາຄົນ ພວມເຮັດວຽກຢູ່ 40 ກ່ວາປະເທດ ແລະ ເຂດແຄວ້ນໃນໂລກ. ທ່ານ ຕົ໋ງຫາຍນາມ, ຮອງຫົວໜ້າກົມຄຸ້ມຄອງຜູ້ອອກແຮງງານຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:
“ ຄຽງຂ້າງການເປີດກ້ວາງບັນດາຕະຫລາດທີ່ຮັບຜູ້ອອກແຮງງານແລ້ວ, ພວກເຮົາກໍແລກປ່ຽນກັບບັນດາປະເທດ ເພື່ອເປີດກ້ວາງທັງຂະແໜງອາຊີບ ແລະ ຂົງເຂດຮັບຜູ້ອອກແຮງງານອີກ. ປະຈຸບັນ ມີບາງຕະຫລາດທີ່ເປັນມູນເຊື້ອຮັບຜູ້ອອກແຮງງານ ຫວຽດນາມ. ໃນໄລຍະຈະມາເຖິງ, ພວກເຮົາຈະສືບຕໍ່ເປີດກ້ວາງຕະຫລາດແຮງງານຢູ່ ໃຕ້ຫວັນ (ຈີນ), ຍີ່ປຸ່ນ, ມາເລເຊຍ ແລະ ບາງປະເທດຢູ່ຕາເວັນອອກກາງ”