ຫວຽດນາມຢືນຢັນຄືນຄຳໝັ້ນສັນຍາສຳລັບການເຄື່ອນໄຫວຮັກສາສັກຕິພາບຂອງສປຊ
ທ່ານເລຮ່ວາຍຈູງ
photo:internet
|
(vovworld)- ກ່າວຄຳເຫັນທີ່ວາລະປະຊຸມເປີດກອງປະຊຸມສະມັດຊາໃຫຍ່ ສປຊ ດ້ວຍຫົວຂໍ້ວ່າ: “ການເຄື່ອນໄຫວຮັກສາສັນຕິພາບ”: ທ່າອ່ຽງໃຫມ່ ຊື່ງດຳເນີນໄປໃນວັນທີ 11/6, ທ່ານ ເອກອັກຄະລັດຖະທູດ ເລຮ່ວາຍຈູງ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ໄດ້ປະກາດວ່າ: ນັບແຕ່ທ້າຍເດືອນ 6/2014, ບັນດານາຍທະຫານທຳອິດຂອງກອງທັບປະຊາຊົນຫວຽດນາມ ຈະເຂົ້າຮ່ວມຄະນະຜູ້ຕາງຫນ້າ ຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້. ທ່ານເລຮ່ວາຍຈູງ ເນັ້ນຫນັກວ່າ: ນີ້ແມ່ນພະຍານຫລັກຖານຢືນຢັນການສະຫນັບສະຫນູນ ແລະ ຄຳໝັ້ນສັນຍາຂອງຫວຽດນາມ ສຳລັບ ບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ປາດຖະຫນາຢາກປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມສະຫງົບປອດໄພສາກົນ, ຢືນຢັນແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນ, ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມກັບ ສປຊ ແລະ ປະຊາຄົມສາກົນ. ທ່ານ ເລຮ່ວາຍຈູງ ກໍປະກາດວ່າ: ຫວຽດນາມ ໄດ້ສ້າງຕັ້ງສູນຮັກສາສັນຕິພາບ ເພື່ອບຳລຸງສ້າງກຳລັງຮັກສາສັນຕິພາບຂອງຫວຽດນາມ, ຮັບປະກັນລັກສະນະວິຊາການ, ຂະຫຍັນຂັນເຄື່ອນ ແລະ ຕອບສະຫນອງບັນດາມາດຖານຂອງ ສປຊ.