ຫວຽດນາມສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ດ້ານເສດຖະກິດ
(ພາບປະກອບ)
(vovworld) - ວັນທີ 17/03, ຄໍລຳ “Good morning Ambassador” ເປັນພາສາເກົາຫຼີ ຂອງ ໜັງສືພິມລາຍວັນ Hankook Ilbo, ເຊິ່ງແມ່ນໜຶ່ງໃນຈຳນວນໜັງສືພີມໃຫຍ່ກວ່າໝູ່ 4 ສະບັບຢູ່ປະເທດນີ້, ໄດ້ພີມບົດຂຽນຂອງນັກຂ່າວ Jeong Ji Yong ທີ່ຄັດຄຳເວົ້າຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເກົາຫຼີ ຟ້າມຮິວຈິ໋ ໂດຍຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ດ້ານເສດຖະກິດ. ພາຍໃຕ້ຫົວຂໍ້ວ່າ “ຄະນະການນຳໃໝ່ຂອງຫວຽດນາມ ສືບຕໍ່ແນວທາງປ່ຽນແປງໃໝ່ດ້ານເສດຖະກິດ”, ນັກຂ່າວ Jeong Ji Yong ເນັ້ນໜັກວ່າ ສ.ເກົາຫຼີ ແລະ ຫວຽດນາມ ພວມມີການພົວພັນ “ຄູ່ຮ່ວມມືຍຸດທະສາດ”. ຫວຽດນາມ ແມ່ນຕະຫຼາດສົ່ງອອກໃຫຍ່ອັບດັບທີ 4 ຂອງສ.ເກົາຫຼີ, ໃນຂະນະທີ່ສ.ເກົາຫຼີ ແມ່ນນັກລົງທຶນໃຫຍ່ກວ່າໝູ່ຢູ່ຫວຽດນາມ. ໜັງສືພິມໄດ້ຄັດຄຳເວົ້າຂອງທ່ານເອກອັກຄະລັດຖະທູດ ຟ້າມຮິວຈິ໋ ໂດຍຢືນຢັນວ່າ “ຄາດໝາຍຂອງຄະນະການນຳໃໝ່ຢູ່ຫວຽດນາມ ຍັງຄົງແມ່ນການເຕີບໂຕດ້ານເສດຖະກິດ” ແລະ “ສືບຕໍ່ປະຕິບັດນະໂຍບາຍເສດຖະກິດການຕະຫຼາດ”. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງບຸລິມະສິດຂອງຫວຽດນາມ ໃນໄລຍະ 5 ປີຈະມາເຖິງແມ່ນບັນລຸໄດ້ລະດັບເຕີບໂຕເສດຖະກິດເປັນປົກກະຕິ ແລະ ໝັ້ນຄົງໃນແຕ່ລະປີ ດ້ວຍຈີດີພີແຕ່ 6 – 7%, ພ້ອມກັບການຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ຄວາມໝັ້ນຄົງດ້ານການເມືອງ ຕິດພັນກັບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນ.