ຫວຽດນາມສະໜັບສະໜູນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງລັດຖະບານອິນເດຍ

ຫວຽດນາມສະໜັບສະໜູນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງລັດຖະບານອິນເດຍ - ảnh 1
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕ້ອ​ນ​ຮັບ
ທ່ານ Manohar Parrika ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງກ​ັນ​ປະ​ເທດອິນ​ເດຍ
(ພາບ: TTXVN)


(vovworld) –​ ນີ້​ແມ່ນ​​ຄຳ​ຢືນ​ຢັນ​ ຂອງ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ທີ່​ການ​ຕ້ອ​ນ​ຮັບ ທ່ານ Manohar Parrika ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງກ​ັນ​ປະ​ເທດອິນ​ເດຍ, ໃນ​ຕອນ​ບ່າຍ​ວັນ​ທີ 6/6, ຢູ່​ຮ່າ​ໂນ້ຍ. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ດ້ວຍ​ຖາ​ນະ​ເປັນ​ສະ​ມາ​ຊິກ ຢ່າງ​ຕັ້ງ​ໜ້າຂອງ​ອາ​ຊຽນ ແລະ ເພື່ອນ​ທີ່​ໃກ້​ຊິດ​ຕິດ​ແທດຂອງ​ອິນ​ເດຍ ຫວຽດ​ນາມ​ ຈະ​ສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ ​ຂອງ​ຕົນ​ເອງ ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​​ພັນ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ອາ​ຊຽນ-ອິ​​ນເດຍ. ​ພ້ອມ​ກັນນັ້ນ, ຫວຽດ​ນາມ​ ​ກໍ່ສະ​ໜັບ​ສະ​ໜູນ​ເລື່ອງ​ ອິນ​ເດຍ​ ເພີ່ມ​ທະ​ວີ​ເຂົ້າ​ຮ່ວມ​ການ​ຮ່ວ​ມ​ມື​ ກັບ​ອາ​ຊີ​ຕາ​ເວັນ​ອອກ, ສະ​ໜັບ​ສະ​ໜູນ ​ອິ​ນ​ເດຍ​ ເປັນກຳ​ມະ​ການ​ປ​ະ​ຈຳ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ສະ​ຫະ​ປະ​ຊາ​ຊາດ​ ເປີດກວ້າງ. ທີ່​ການ​ຕ້ອນ​ຮັບ, ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຂອງ​ສອງ​ປະ​ເທດ ສືບ​ຕໍ່​ຮ່ວມ​ມື​ໃນບັນ​ດາ​ຂົງ​ເຂດ​​ທີ່​ເປັນ​ມູນ​ເຊື້ອໃຫ້ດີ, ພ້ອມ​ທັງ ສ້າງ​ຂົງ​ເຂດ​ຮ່ວມ​ມືໃໝ່ ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​​ຕ້ອງ​ການທັງສອງ​ຝ່າຍ ເຊັ່ນ: ການ​ບຳ​ລຸງ​ສ້າງ ນາຍ​ທະ​ຫານ​ໜຸ່ມ ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ ​ການ​ພົວ​ພັນ ແບບ​ຍືນ​ຍົງ ລະ​ຫວ່າງ ​ປະ​ຊາ​ຊົນ ແລະ​ ກອງ​ທັບ​ສອງ​ປະ​ເທດ​; ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ ສືບ​ຕໍ່​ໃຫ້​​ການຊ່ວຍ​ເຫຼືອ​​ຢ່າງ​ລະ​ອຽດ, ແທດ​ຈິງ ​ໃຫ້ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ກວ່າ​ອີກ.

ຂ່າວ/ບົດ​ອື່ນ