ຫວຽດນາມສ້າງແຜນການສັງລວມລະດັບຊາດຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ
(ພາບປະກອບ)
(vovworld) - ຕາມກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມແລ້ວ, ແຜນການສັງລວມລະດັບຊາດຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກໄດ້ຮັບການປະຕິບັດໃນໄລຍະ 2016 – 2020 ເພື່ອແນໃສ່ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກເຊື່ອມຕົວກັບວົງຄະນາຍາດ. ແຜນການສຸມໃສ່ເຂົ້າບັນດາກຸ່ມຄາດໝາຍຕົ້ນຕໍແມ່ນ: ຍົກສູງຄວາມສາມາດກາຍະບຳບັດໃຫ້ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ; ໜູນຊ່ວຍວິທີຫາເງິນລ້ຽງຊີບ, ກູ້ຢືມບ້ວງສິນເຊື່ອ, ກໍ່ສ້າງອາຊີບ, ຊອກຫາວຽກເຮັດງານທຳຢ່າງເໝາະສົມ; ຍົກສູງຄວາມສາມາດໃຫ້ຖັນແຖວພະນັກງານ ທີ່ເຮັດວຽກງານກາຍຍະບຳບັດ ແລະ ຊ່ວຍເຫຼືອໃຫ້ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ. ທ່ານ ໂຕດຶກ, ຮອງຫົວໜ້າກົມອຸປະກະລະສັງຄົມຂຶ້ນກັບກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:
“ເພື່ອເພີ່ມທະວີປະສິດທິຜົນໃນການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ, ພວກຂ້າພະເຈົ້າຖືວ່າ: ຕ້ອງເພີ່ມທະວີກົນໄກສົມທົບກັນລະຫວ່າງຂະແໜງ, ພິເສດແມ່ນປຸກລະດົມການເຂົ້າຮ່ວມຂອງວົງຄະນະຍາດສັງສົມ ແລະ ບັນດາອົງການສຳນັກງານ, ປະຊາຊົນ ໃນວຽກງານຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ. ຈຸດສຳຄັນໜຶ່ງອີກແມ່ນ ຕ້ອງນຳເອົາບັນດາການເຄື່ອນໄຫວຊ່ວຍເຫຼືອໃຫ້ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ ເຂົ້າບັນດາລາຍການພັດທະນາການຮັບປະກັນຊີວິດສັງຄົມຢູ່ແຂວງ, ນະຄອນຕ່າງໆ”.