(vovworld) - ຕາມບົດລາຍງານ “ຄວາມກ້າວໜ້າໃຫ້ເດັກນ້ອຍ“ ຂອງກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ຢູ່ຫວຽດນາມ ທີ່ປະກາດໃນວັນທີ 23/6 ແລ້ວ, ຫວຽດນາມ ບັນລຸໄດ້ຄວາມສົມດູນທາງດ້ານເພດໃນຊັ້ນປະຖົມ. ບົດລາຍງານນີ້ກໍ່ຊີ້ແຈ້ງວ່າ: ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍພໍສົມຄວນ, ນັບແຕ່ປີ 2000, ອັດຕາການຕາຍຂອງເດັກທີ່ມີອາຍຸຕຳ່ກວ່າ 5 ປີໄດ້ຫຼຸດລົງເຄິ່ງໜຶ່ງ (ຈາກ 39 ລົງເຫຼືອພຽງ 20 ຄົນໃນຈຳນວນເດັກ 1000 ຄົນ, ຈຳນວນເດັກນ້ອຍຂາດໂພສະນາການໄດ້ຫຼຸດລົງ 1/3 (ຈາກ 36% ເຫຼືອພຽງ 25%) ແລະ ອັດຕາຜູ້ນຳໃຊ້ນຳ້ສະອາດໄດ້ເພີ່ມຂຶ້ນຈາກ 78%-92%. ທ່ານ Youssouf Abdel – Jelil, ຫົວໜ້າຜູ້ຕາງໜ້າ ກອງທຶນສະຫະປະຊາຊາດເພື່ອເດັກນ້ອຍປະຈຳຫວຽດນາມ ເນັ້ນໜັກວ່າ: ກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ ກໍ່ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືຫວຽດນາມ ເພື່ອປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ, ພິເສດແມ່ນໃນການເຄື່ອນໄຫວຊ່ວຍເຫຼືອເດັກນ້ອນ.