ຫວຽດນາມ-ອັງກິດແລກປ່ຽນບົດຮຽນໃນຂົງເຂດພະລັງງານປະລະມານູ
ພາບປະກອບ:internet
|
(vovworld)- ໃນວັນທີ 9 -10/12 ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາ“ການສ້າງໂຄງການຄົ້ນຄ້ວາໃນຂົງເຂດພະລັງງານປະລະມານູ” ແລະ “ບຳລຸງສ້າງພັດທະນາແຫລ່ງຊັບພະຍາກອນມະນຸດໃນຂົງເຂດພະລັງງານປະລະມານູ” ໂດຍສະຖານທູດອັງກິດປະຈຳຫວຽດນາມ, ກະຊວງວິທະຍາສາດ - ເຕັກໂນໂລຊີ, ກະຊວງສຶກສາ -ບຳລູງສ້າງຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ຊ່ຽວຊານ, ນັກວິທະຍາສາດສອງປະເທດໄດ້ສຸມໃສ່ຕີລາຄາສະພາບການກ່ຽວກັບວຽກງານບຳລູງສ້າງແຫລ່ງຊັບພະຍາກອນມະນຸດໃນຂົງເຂດນີ້ຢູ່ບັນດາມະຫາວິທະຍາໄລຂອງຫວຽດນາມ, ພ້ອມທັງສະເຫນີບັນດາການເຄື່ອນໄຫວຮ່ວມມືກັບ ລາຊະອານາຈັກອັງກິດ ເພື່ອຍົກສູງຄຸນນະພາບ ແລະ ຮັບປະກັນແຫລ່ງຊັບພະຍາກອນມະນຸດໃຫ້ແກ່ໂຮງງານໄຟຟ້ານິວເຄຼຍ 2 ແຫ່ງທຳອິດ ຂອງຫວຽດນາມ.