ຫວຽດນາມ-ອິນໂດເນເຊຍມຸ່ງໄປເຖິງການນຳວົງເງິນ2ຝ່າຍຂຶ້ນເຖິງ10ຕື້USDໃນປີ2018

ຫວຽດນາມ-ອິນໂດເນເຊຍມຸ່ງໄປເຖິງການນຳວົງເງິນ2ຝ່າຍຂຶ້ນເຖິງ10ຕື້USDໃນປີ2018 - ảnh 1
ທ່ານ Retno Marsudi ແລະ ທ່ານ ຟ້າມ​ບີ່ງ​ມີງ
(ພາບ: VGP/Hải Minh)

(vovworld) – ວັນ​ທີ 3/4, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ແລະ ​ທ່ານນາງລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi ມີ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຕາມນັ້ນ​ແລ້ວ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ (30/12/1955 – 30/12/2015), ພ້ອມ​ທັງ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ​ເຕັກ​ນິກ ຢ່າງ​ມີ​ປະ​ສິດ​ທິ​ຜົນ…, ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ການ​ທູ​ດ​ຂອງ 2 ປະ​ເທດ. 2 ຝ່າຍ​ສະ​ແດງ​ຄວາມ​ເພ​ິ່ງ​ພໍ​ໃຈ​​ຕໍ່​ເລື່ອງວົງ​ເງ​ິ​ນ​ການ​ຄ້າ 2 ສົ້ນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ແຕ່​ລະ​ປີ, ບັນ​ລຸ​ເກືອບ 5,4 ຕື້ USD ໃນ​ປີ 2014, ເຫັນ​ດີ​ເປັນ​ເອ​ກະ​ສັນ​ສູ້​ຊົນ​ນ​ຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ລະ​ດັບ 10 ຕື້ USD ໃນ​ປີ 2018 ຄື​​ການ​ນຳ​ຂັ້ນ​ສູງ 2 ປະ​ເທດໄດ້​ຕົກ​ລົງ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ 2 ທ່ານ​ຢືນ​ຢັນ​ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ແກ້​ໄຂ​ການ​ຂັດ​ແຍ້ງ​ບົນ​ທະ​ເລ​ໂດຍ​ສັນ​ຕິ​ວິ​ທີ, ອີງ​ໃສ່​ກົດ​ໝາຍ​ສາ​ກົນ.


ຂ່າວ/ບົດ​ອື່ນ