(ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ)
(vovworld) - ບັນດາອົງການກ່ຽວຂ້ອງຂອງ ຫວຽດນາມໃຫ້ຮູ້ວ່າ, ວັນທີ 6/1, ຍົນພົນລະເຮືອນຂະໜາດໃຫຍ່ 2 ລຳຂອງ ຈີນ ໄດ້ລົງຈອດຢູ່ສະໜາມບິນເຊິ່ງ ຈີນໄດ້ກໍ່ສ້າງຢ່າງຜິດກົດໝາຍຢູ່ເກາະຫີນ ຈືເທິບ ທີ່ຂຶ້ນກັບໝູ່ເກາະ ເຈື່ອງຊາ. ກ່ຽວກັບການກະທຳນີ້ຂອງຈີນ, ວັນທີ 7/1, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ, ຖະແຫຼງວ່າ:
“ອີກເທື່ອໜຶ່ງ, ຫວຽດນາມຄັດຄ້ານການກະທຳດັ່ງກ່າວຂອງ ຈີນຢ່າງແຮງ. ນີ້ແມ່ນການກະທຳລະເມີດອະທິປະໄຕຂອງ ຫວຽດນາມຢ່າງຮ້າຍແຮງ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບໃນພາກພື້ນ ກໍ່ຄືຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບີນຢູ່ທະເລຕາເວັນອອກ. ຫວຽດນາມເດັດດ່ຽວຮຽກຮ້ອງຈີນຢຸດຕິບັນດາການກະທຳທີ່ຄ້າຍຄືກັນ, ບໍ່ໄດ້ມີການກະທຳລະເມີດອະທິປະໄຕຂອງ ຫວຽດນາມສຳລັບໝູ່ເກາະເຈື່ອງຊາ, ເຄົາລົບບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງກົດໝາຍສາກົນ, ບໍ່ໄດ້ມີການກະທຳເປີດກວ້າງ ຫຼືເຮັດໃຫ້ສະພາບຂັດແຍ້ງກັນສັບສົນຂຶ້ນຕື່ມ. ຫວຽດນາມຢືນຢັນຈະເດັດດ່ຽວປົກປັກຮັກສາອະທິປະໄຕ, ສິດອະທິປະໄຕ ແລະ ສິດຕັດສິນຂອງຕົນຢູ່ທະເລຕາເວັນອອກ, ດ້ວຍບັນດາມາດຕະການສັນຕິພາບທີ່ເໝາະສົມກັບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.“
ກໍ່ໃນວັນທີ 7/1/2016, ຜູ້ຕາງໜ້າກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບຜູ້ຕາງໜ້າສະຖານທູດ ຈີນ ປະຈຳ ຮ່າໂນ້ຍ ເພື່ອມອບຈົດໝາຍທາງການຄັດຄ້ານ.