ຫວຽດນາມຮຽກຮ້ອງຝ່າຍຕ່າງໆຢູ່ເຂດກາຊາເຄົາລົບສັນຍາຢຸດຍິງ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີງ
(ພາບປະກອບ)
(vovworld) – ວັນທີ 7/8, ຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ກ່ຽວກັບຄຳສັ່ງຢຸດຍິງຊົ່ວຄາວລະຫວ່າງ ອິດສະຣາແອນ ແລະ ຂະບວນການອິດສະລາມ ຮາມາດ ຂອງ ປາແລດສະຕີນ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີງ, ໃຫ້ຮູ້ວ່າ:
“ຫວຽດນາມ ກ່າວປະນາມບັນດາການກະທຳທາງທະຫານທີ່ແນໃສ່ໂຮງຮຽນຂອງ ສປຊ ແຫ່ງຕ່າງໆຢູ່ເຂດກາຊາ, ອັນໄດ້ກໍ່ຄວາມບາດເຈັບລົ້ມຕາຍໃຫ້ສາມັນຊົນ ກໍ່ຄືພາລະກອນ ສປຊ. ບົນຈິດໃຈນັ້ນ, ຫວຽດນາມ ຮຽກຮ້ອງໃຫ້ທຸກໆຝ່າຍກ່ຽວຂ້ອງເຄົາລົບສັນຍາຢຸດຍິງທີ່ຫາກໍ່ບັນລຸໄດ້ ແລະ ຕັ້ງໜ້າສືບຕໍ່ຊຸກຍູ້ບັນດາການເຈລະຈາ, ເພື່ອແນໃສ່ບັນລຸໄດ້ສັນຕິພາບ, ສະຖຽນລະພາບໃນພາກພື້ນ.”
ກ່ຽວກັບວຽກງານປ້ອງກັນພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ, ທ່ານ ເລຫາຍບີ່ງ ຢືນຢັນວ່າ: ນັບແຕ່ເມື່ອສະພາບການຢູ່ ຢູແກຼນ ມີການຜັນແປທີ່ສັບສົນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ ຊີ້ນຳ ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ ຕິດຕໍ່ພົວພັນຢ່າງແໜ້ນແຟ້ນກັບປະຊາຄົມຊາວ ຫວຽດນາມ ຢູ່ ຢູແກຼນ, ສະເໜີໃຫ້ບັນດາອົງການກ່ຽວຂ້ອງຮັບປະກັນຄວາມປອດໄພຢ່າງສູງສຸດໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ຢູແກຼນ. ມາຮອດຈຸດເວລານີ້, ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ ຍັງຄົງຮັກສາທຸດໆຄວາມມານະພະຍາຍາມຂອງຕົນໃນວຽກງານປ້ອງກັນພົນລະເມືອງ, ພິເສດແມ່ນໃນສະພາບການຢູ່ ຢູແກຼນ ຕາເວັນອອກ ຍັງຄົງຜັນແປໄປຢ່າງສັບສົນ.
ກ່ຽວຂ້ອງເຖິງວຽກງານປ້ອງກັນພົນລະເມືອງຢູ່ ລີບີ, ທ່ານ ເລຫາຍບິ່ງ ໃຫ້ຮູ້ວ່າ: ຮອດຈຸດເວລານີ້, ມີຄົນງານ ຫວຽດນາມ 246 ຄົນໄດ້ອອກຈາກ ລີບີ ກັບເມືອປະເທດ.
ເມື່ອແຈ້ງຂ່າວບັນດາການເຄື່ອນໄຫວການທູດເປັນໜ້າສົນໃຈໃນໄລຍະຈະມາເຖິງ, ໂຄສົກກະຊວງການຕ່າງປະເທດ ເລຫາຍບີ່ງ ເນັ້ນໜັກການເຄື່ອນໄຫວການທູດສຳຄັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນເດືອນນີ້ແມ່ນການຢ້ຽມຢາມ ຫວຽດນາມ ຂອງຄະນະສະມາຊິກສະພາສູງ ອາເມລິກາ ໂດຍທ່ານ Jonh McCain ນຳໜ້າໃນລະຫວ່າງວັນທີ 7 – 10/8.