ຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສິດຊັບສິນທາງປັນຍາໂລກຄັ້ງທີ56
(ພາບປະກອບ)
(vovworld) - ວັນທີ 03/10 ຢູ່ ເຊີແນວ ປະເທດ ສະວິດ ໄດ້ໄຂກອງປະຊຸມສະມັດຊາໃຫຍ່ອົງການສິດຊັບສິນທາງປັນຍາໂລກ (WIPO) ຄັ້ງທີ 56 ພາຍໃຕ້ການເປັນປະທານຂອງປະທານສະມັດຊາໃຫຍ່ທ່ານ Janis Karklins ເອກອັກຄະລັດຖະທູດ Latvia ຄຽງຂ້າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ. ກອງປະຊຸມຈະແກ່ຍາວໄປຮອດວັນທີ 11/10.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໂດຍທ່ານ ເຈີ່ນວຽດແທງ ຮອງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ ທັງເປັນຫົວໜ້າກົມສິດຊັບສິນທາງປັນຍາ ຫວຽດນາມ ນຳໜ້າຄະນະ, ໄດ້ຊົມເຊີຍບັນດາໝາກຜົນ ຊຶ່ງ WIPO ບັນລຸໄດ້ໃນຫລາຍຂົງເຂດ. ຫວຽດນາມ ເຊື່ອໝັ້ນວ່າ WIPO ສືບຕໍ່ແມ່ນອົງການຈັດຕັ້ງສາກົນໜຶ່ງດຽວ ສະໜອງເວທີປາໄສດ້ານການເມືອງ ເພື່ອສ້າງລະບົບສິດຊັບສິນທາງປັນຍາໂລກໃຫ້ເປັນຮູບເປັນຮ່າງ. ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສວມບົດບາດສຳຄັນ ແລະ ຕັ້ງໜ້າໃນການສ້າງລະບົບປົກປ້ອງສິດຊັບສິນທາງປັນຍາຢູ່ ຫວຽດນາມ ໃຫ້ມີປະສິດທິຜົນ ແລະ ມີຜົນປະໂຫຍດ. ຝ່າຍ ຫວຽດນາມ ກໍ່ສະແດງຄວາມປາດຖະໜາວ່າ ສືບຕໍ່ໄດ້ຮັບການໜູນຊ່ວຍຂອງ WIPO ໃນການສ້າງ ແລະ ຜັນຂະຫຍາຍຍຸດທະສາດສິດຊັບສິນທາງປັນຍາແຫ່ງຊາດ ແລະ ຊ່ວຍຫ ຫວຽດນາມ ເຂົ້າຮ່ວມບັນດາສົນທິສັນຍາສິດຊັບສິນທາງປັນຍາໂລກ ໂດຍ WIPO ເປັນປະທານ.