ຫວຽດນາມເຂົ້າຮ່ວມຂໍ້ລິເລີ່ມປ້ອງກັນຄວາມສະຫງົບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ
(vovworld) – ວັນທີ 21/5/2014, ກ່ຽວຂ້ອງເຖິງເລື່ອງ ຫວຽດນາມ ເຂົ້າຮ່ວມຂໍ້ລິເລີ່ມປ້ອງກັນຄວາມສະຫງົບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ (PSI), ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ, ໃຫ້ຮູ້ວ່າ: “ພາຍຫຼັງໄດ້ຄົ້ນຄ້ວາລະອຽດບັນດາແງ່ມູນຂອງຂໍ້ລິເລີ່ມປ້ອງກັນຄວາມສະຫງົບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ (PSI), ຫວຽດນາມ ຖະແຫຼງເຂົ້າຮ່ວມຂໍ້ລິເລີ່ມນີ້, ບົນພື້ນຖານການສະໜັບສະໜູນຂອງຖະແຫຼງການອອກວັນທີ 4/9/2003. ຂໍ້ຕົກລົງນີ້ສ່ອງແສງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ສະໜັບສະໜູນການຮ່ວມມືສາກົນເພື່ອຈຸດໝາຍລວມແມ່ນສະກັດກັ້ນແຜ່ຂະຫຍາຍອາວຸດລ້າງຜານປະເພດຕ່າງໆ, ບັນດາລະບົບຂົນສົ່ງສະເພາະ ແລະ ວັດຖຸອຸປະກອນທີ່ກ່ຽວຂ້ອງ, ປະກອບສ່ວນຮັບປະກັນສັນຕິພາບ ແລະ ປ້ອງກັນຄວາມສະຫງົບສາກົນ, ສອດຄ່ອງກັບກົດໝາຍສາກົນ, ກົດໝາຍແຫ່ງຊາດ, ສິດອຳນາດ ແລະ ແຫຼ່ງກຳລັງຂອງແຕ່ລະປະເທດ. ຫວຽດນາມ ຈະເຂົ້າຮ່ວມບັນດາການເຄື່ອນໄຫວປະຕິບັດ PSI ໃນຂອບເຂດຄວາມສາມາດຕົວຈິງຂອງຕົນ.”