(ພາບປະກອບ) |
Vovworld- ໂດຍຮັບຄຳເຊີນຈາກລັດຖະບານມາເລເຊຍ, ຄະນະຜູ້ແທນ ຫວຽດນາມໂດຍທ່ານຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ Nguyen Hai Phong ເປັນຫົວໜ້າຄະນະ, ໄດ້ເດີນທາງໄປຍັງ ກົວລາລຳເປີ ເພືອ່ເຂົ້າຮ່ວມກອງປະຊຸມປະຈຳປີ ແລະ ກອງປະຊຸມໃຫຍ່ຄັ້ງທີ່ 6 ຂອງສະຫະສະມາຄົມບັນດາອົງການຕ້ານການສໍ້ລາດບັງຫຼວງສາກົນ IAACA ຊຶ່ງຖືກຈັດຂຶ້ນແຕ່ວັນທີ 4 – 7/10. ກອງຊຸມດ້ວຍຫົວເລື່ອງ “ ພາກທີ່ 6 ຂອງສົນທິສັນຍາ ສ.ປ.ຊ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ : ໜູນຊ່ວຍດ້ານເຕັກນິກ ແລະ ແລກປ່ຽນຂໍ້ມູນຂ່າວສານ” ໄດ້ດຶງດູດການເຂົ້່າຮ່ວມຂອງເຈົ້າໜ້າທີ່ປະມານ 1.000 ຄົນທີ່ມາຈາກບັນດາອົງການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງຂອງ 100 ປະເທດໃນໂລກ. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມເມື່ອຕອນຄ່ຳວັນທີ 4/10, ທ່ານນາຍົກລັດຖະມົນຕີມາເລເຊຍ Najib Tun Razak ໄດ້ເນັ້ນໜັກວ່າ ສໍ້ລາດບັງຫຼວງ ແມ່ນໄພນາບຂູ່ທີ່ຮ້າຍແຮງທີ່ສຸດຊຶ່ງທຸກໆປະເທດລ້ວນແຕ່ຕ້ອງມານະພະຍາຍາມສະກັດກັ້ນໃນໄລຍະຍາວນານ. ໃນເວລາ 4 ວັນດຳເນີນການປະຊຸມ, ບັນດາຜູ້ແທນຈະເລັ່ງໃສ່ປຶກສາຫາລືບັນດາຂົງເຂດປະຕິບັດກົດໝາຍ, ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ຮິບຊັບສົມບັດ, ຮ່ວມມືສາກົນ, ການບຳລຸງສ້າງ, ໜູນຊ່ວຍເຕັກນິກ, ເກັບກຳ, ແລກປ່ຽນ, ວິເຄາະຂໍ້ມູນຂ່າວສານ ແລະ ອື່ນໆ .