ຫວຽດນາມເຂົ້າຮ່ວມ ກອງປະຊຸມລັດຖະມົນ ຕີປ້ອງກັນປະເທດ ອາຊຽນຄັ້ງທີ 7
ພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດ
ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 7
(vovworld) – ວັນທີ 7/5, ຢູ່ນະຄອນຫຼວງ Bandar Seri Begawan, ປະເທດບຮູໃນ, ໄດ້ດຳເນີນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 7 (ADMM-7). ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄວາມເຫັນຢູ່ທີ່ນີ້, ທ່ານພົນເອກ ຟຸ່ງກວາງແທງ ເນັ້ນໜັກວ່າ: “ປະຈຸບັນ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຍັງຄົງແມ່ນທ່າອ່ຽງຕົ້ນຕໍ່. ອາຊຽນ ຄວນເພີ່ມທະວີຄວາມສາມັກຄີ, ຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງລວມ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຮ່ວມມືກັບຈີນ ແລະ ອາເມລິກາ, ເຊິ່ງແມ່ນສອງປະເທດທີ່ມີພື້ນຖານເສດຖະກິດໃຫຍ່ກວ່າໝູ່ໃນໂລກ, ມີຜົນສະທ້ອນເຖິງສະພາບຄວາມໝັ້ນຄົງໃນພາກພື້ນ. ທ່ານລັດຖະມົນຕີ ຟຸ່ງກວາງແທງຖືວ່າ, ເບິ່ງລວມແລ້ວ, ສະພາບການຢູ່ທະເລຕາເວັນອອກມີຄວາມໝັ້ນຄົງ, ແຕ່ຍັງຊ້ອນແຝງບັນດາບັນຫາທີ່ສັບສົນ, ກໍ່ຄວາມຂາດສະຖຽນລະພາບ, ບາງເທື່ອກໍ່ເກີດການພິພາດກັນ. ທ່ານຢືນຢັນວ່າ: “ທັດສະນະຂອງຫວຽດນາມແມ່ນແກ້ໄຂການພິພາດດ້ວຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982. ຝ່າຍຕ່າງໆພ້ອມກັນມານະພະຍາຍາມປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ຖະແຫຼງການຫຼັກການ 6 ຂໍ້ ຂອງອາຊຽນ ກ່ຽວກັບທະເລຕາເວັນອອກ…ຊຸກຍູ້ການເຈລະຈາກໍ່ສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດຕໍ່ໃນທະເລຕາເວັນອອກ (COC) ລະຫວ່າງອາຊຽນ ແລະ ຈີນ”. ໃນບົດກ່າວປາໄສຂອງຕົນ, ພົນເອກ ຟຸ່ງກວາງແທງ ກໍ່ໄດ້ສະເໜີມາດຕະການຮ່ວມມືລະອຽດຈຳນວນໜຶ່ງຄື: ບັນດາລັດຖະມົນຕີຊີ້ນຳເພີ່ມທະວີການຮ່ວມມືໃນຂົງເຂດທະຫານເຮືອ, ສ້າງໂທລະສັບສາຍດ່ວນລະຫວ່າງທະຫານເຮືອປະເທດຕ່າງໆ, ຈັດຕັ້ງການລາດຕາເວນຮ່ວມໃນທະເລ; ສະເໜີພິຈາລະນາເລື່ອງບັນດາປະເທດອາຊຽນສາມາດເຊັນຂໍ້ຕົກລົງບໍ່ນຳໃຊ້ກຳລັງອາວຸດກ່ອນ ແລະ ໃນການພິພາດອະທິປະໄຕໃນທະເລ. ພິເສດແມ່ນລະຫວ່າງບັນດາປະເທດໃນກຸ່ມທີ່ມີກຳລັງທະຫານພວມຕັ້ງທັບໃນໝູ່ເກາະ ເຈື່ອງຊາ. ທ່ານຊີ້ແຈ້ງວ່າ: “ເຮັດໄດ້ຄືດັ່ງກ່າວຈະແມ່ນປະຖົມປັດໃຈ ເພື່ອມຸ່ງໄປເຖິງການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ເພື່ອແນໃສ່ເພີ່ມທະວີສັນຕິພາບ, ສະຖຽນລະພາບ, ຫຼຸດຜ່ອນຄວາມເຄັ່ງຕຶງ, ການປະເຊີນໜ້າໃນພາກພື້ນ“,
ຢູ່ນອກກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 7, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ມີການພົບປະບໍ່ເປັນທາງການກັບລັດຖະມົນຕີປ້ອງກັນປະເທດ ຈີນ.