Mexico City
(ພາບ:ອິນເຕີແນັດ)
(vovworld)- ແຕ່ວັນທີ 14-16/3, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານເຈີ່ນດັກເລີ້ຍ ຫົວໜ້າຄະນະພົວພັນກັບຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາສາກົນ “ບັນດາພັກຝ່າຍ ແລະ ສັງຄົມໃໝ່“ ຄັ້ງທີ 17 ຈັດຂຶ້ນຢູ່ນະຄອນຫຼວງ Mexico City. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ແທນກ່ວາ 1000 ທ່ານ ສັງກັດ 109 ອົງການຈັດຕັ້ງທີ່ມາຈາກ 38 ປະເທດ. ທີ່ກອງປະຊຸມສຳມະນາ, ທ່ານເຈີ່ນດັກເລີ້ຍ ໄດ້ຍົກອອກບັນດາບົດຮຽນສັງລວມກ່ຽວກັບການພັດທະນາສັງຄົມຕາມການກຳນົດທິດສັງຄົມນິນຍົມຢູ່ຫວຽດນາມ ຈາກພຶດຕິກຳຕົວຈິງແຫ່ງການປ່ຽນແປງໃໝ່ໃນຕະຫຼອດ 25 ປີຜ່ານມາ ພ້ອມທັງເນັ້ນໜັກວ່າ: ຫວຽດນາມ ມີຄວາມຮັບຮູ້ວ່າ: ການສ້າງສັງຄົມນິຍົມໃນເງື່ອນໄຂນຳໃຊ້ເສດຖະກິດການຕະຫຼາດ, ເປີດປະຕູ ແລະ ເຊື່ອມໂຍງໃນເງື່ອນໄຂໂລກປະຈຸບັນ ແມ່ນຮັບຮູ້ການຕໍ່ສູ້ເປີດລະຫວ່າງລັດທິສັງຄົມນິຍົມ ແລະ ລັດທິນາຍທຶນ. ນີ້ແມ່ນສິ່ງທ້າທາຍອັນໃຫ່ຍຫຼວງ ແລະ ແມ່ນການຕໍ່ສູ້ໃໝ່ຂອງບັນດານັກກອມມູນິດຫວຽດນາມ. ໃນໄລຍະດຳເນີນກອງປະຊຸມສຳມະນາ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ພົບປະສອງຝ່າຍ ແລະ ແລກປ່ຽນຄຳເຫັນກັບບັນດາຜູ້ຕາງໜ້າພັກຝ່າຍການເມືອງປະເທດເມັກຊິກໂກ, ອາເມລິກາລາຕິນ ແລະ ປະເທດອື່ນໆ.