(ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ)
(vovworld) – ວັນທີ 02/01/2016, ຈີນ ປະຕິບັດການບິນທົດລອງເຖິງສະໜາມບິນ ເຊິ່ງປະເທດນີ້ ກໍ່ສ້າງຢ່າງຜິດກົດໝາຍໃນເກາະຫີນ ຈືເທີ້ບ ທີ່ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ. ຕໍ່ເຫດການນີ້, ວັນທີ 02/01 ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ ຊີ້ແຈ້ງວ່າ: “ການກະທຳດັ່ງກ໋າວຂອງ ຈີນ ໄດ້ລ່ວງລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ ຢ່າງຮ້າຍແຮງ; ໄປຝືນກັບຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ, ກໍ່ຄືຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານກ່ຽວກັບການຊີ້ນຳແກ້ໄຂບັນຫາບົນທະເລ ຫວຽດນາມ - ຈີນ ແລະ ຈິດໃຈຂອງຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ປີ 2002; ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດຫລຸດລົງ; ເປັນການກະທົບທີ່ຫຍໍ້ທໍ້ເຖິງການພົວພັນຖານບ້ານໃກ້ເຮືອນຄຽງ ແລະ ນ້ຳໃຈອັນດີງາມລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ຈີນ. ຫວຽດນາມ ເດັດດຽວຄັດຄ້ານການກະທຳຂອງ ຈີນ ແລະ ຮຽກຮ້ອງ ຈີນ ຢຸດຕິໃນທັນທີ, ບໍ່ປະໃຫ້ເກີດບັນດາການກະທຳຄ້າຍຄືດັ່ງກ່າວ ແລະ ມີການກະທຳທີ່ແທດຈິງ ແລະ ລະອຽດ ເພື່ອປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ”.
ແລະກໍ່ໃນວັນດຽວກັນ, ຜູ້ຕາງໜ້າກະຊວງການຕ່າງປະເທດ ຫວຽດນາມ ໄດ້ ພົບປະກັບຜູ້ຕາງໜ້າສະຖານທູດ ຈີນ ປະຈຳ ຮ່າໂນ້ຍ ເພື່ອມອບຈົດໝາຍທາງການຄັດຄ້ານການກະທຳດັ່ງກ່າວຂອງຝ່າຍ ຈີນ.