ຫວຽດນາມເປັນເຈົ້າການຮັບມືກັບພາຍຸRamasun
(vovworld)- ຕາມສູນອຸຕຸນິຍົມອຸທົກະສາດສູນກາງແລ້ວ, ພາຍຸລູກທີ 2 ມີຊື່ວ່າ Ramasun ພວມພັດເຂົ້າສູ່ເຂດດິນຕໍ່ແຜ່ນ ດ້ວຍລົມແຮງສຸດ 134-166 ກິໂລແມັດ/ຊົ່ວໂມງ. ຕາມພະຍາກອນອາກາດແລ້ວ ແຂວງ ຫາຍຟ່ອງ ແລະ ກວ໋າງນີງ ຈະຖືກຜົນສະທ້ອນໂດຍກົງຈາກພາຍຸ Ramasun. ປະຈຸບັນ ວຽກງານປ້ອງກັນ ແລະ ຕ້ານພາຍຸຢູ່ບັນດາທ້ອງຖິ່ນດັ່ງກ່າວໄດ້ກຽມພ້ອມແລ້ວ. ໃນນັ້ນ ໄດ້ສ້າງແຜນຍົກຍ້າຍປະຊາຊົນໄປເຖິງບ່ອນປອດໄພ. ສ່ວນບັນດາກຳລັງປະກອບອາວຸດ ໄດ້ກຽມພ້ອມປະຕິບັດຫນ້າທີ່ປ້ອງກັນ ແລະ ຕ້ານພາຍຸ ກໍຄືຊອກຫາ, ກູ້ໄພກູ້ຊີບ.