ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງສະຫະກອນພາກພື້ນອາຊີ, ປາຊີຟີກ
(ພາບປະກອບ: baophuyen.com.vn)
(vovworld) - ສະຫະພັນສະຫະກອນຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງ ກອງປະຊຸມລັດຖະມົນຕີກະຊວງສະຫະກອນພາກພື້ນອາຊີ, ປາຊີຟີກ ຄັ້ງທີ 10 ໃນລະຫວ່ງວັນທີ 18 – 21/4/2017 ຢູ່ຮ່າໂນ້ຍ, ດ້ວຍຫົວຂໍ້ຕົ້ນຕໍ “ວິໄສທັດມຸ່ງໄປເຖິງປີ 2020: ເພີ່ມທະວີການຮ່ວມມືລະຫວ່າງບັນດາລັດຖະບານ ແລະ ພາກພື້ນສະຫະກອນຫຼາຍກວ່າອີກ”. ນີ້ແມ່ນການເຄື່ອນໄຫວສຳຄັນ ເພື່ອແນໃສເພີ່ມທະວີການຮ່ວມມືລະຫວ່າງບັນດາລັດຖະບານກວ່າອີກ. ເຫດການນິ້ແມ່ນໂອກາດເພື່ອເພີ່ມທະວີການແນະນຳ, ໂຄສະນະເຜີຍແຜ່ພາບພົດຂອງປະເທດຊາດ, ນະໂຍບາຍການຕາງປະເທດສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນເປັນເພື່ອນມິດກັບທຸກໆປະເທດ ແລະ ແບ່ງປັນບົດຮຽນ ປະກອບສ່ວນພັດທະນາ ເສດຖະກິດການຮ່ວມມື, ໃນນັ້ນແກ່ນສານແມ່ນສະຫະກອນ ຕາມທິດຍືນຍົງ.