ຫວຽດນາມເປັນເຈົ້າພາບຈັດຕັ້ງງານມະຫາກຳໂຄສະນາອາຊີ

ຫວຽດນາມເປັນເຈົ້າພາບຈັດຕັ້ງງານມະຫາກຳໂຄສະນາອາຊີ - ảnh 1
ນາງ​ງາມ ຢຽມ​ເຮືອງ​ ຈະ​ເຂົ້າ​ຮ່ວມ​ວຽກ​ງານ​ໂຄ​ສະ​ນາ​ທີ່
ງານ​ມະ​ຫາ​ກຳ
ພາບ:internet

 (vovworld) -  ງານ​ມະຫາ​ກຳ​ໂຄສະນາ​ອາຊີ​ຄັ້ງ​ທີ 28 ​ໂດຍ​ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 11- 14/11/2013 ຢູ່ ຮ່າ​ໂນ້ຍ. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 15/6 ຢູ່​ຮ່າ​ໂນ້ຍ, ສະຫະ​ສະມາຄົມ​ໂຄສະນາ​ຫວຽດນາມ ​ໃຫ້​ຮູ້​ວ່າ: ງານ​ມະຫາ​ກຳ​ໂຄສະນາ​ອາຊີ ປີ 2013 ຄາດ​ວ່າ​ຈະ​ຕ້ອນຮັບ​ຜູ້​ແທນ​ກວ່າ 1000 ທ່ານ​ມາ​ຈາກ​ບັນດາ​ປະ​ເທດ ​ແລະ ​​​ເຂດ​ແຄ້ວ​ນຢູ່ ອາຊີ ພ້ອມ​ກັບ​ການ​ນຳ​ກຸ່ມ​ບໍລິສັດ​ໂຄສະນາ, ສື່ສານ, ສື່​ມວນ​ຊົນ​ທີ່​ລື​ຊື່, ຜູ້ຕາງຫນ້າ​ຫ້ອງການ​ສົ່ງ​ເສີມ​ການ​ຄ້າ​ຢູ່​ອາຊີ ​ແລະ ​ໂລກ. ​ທີ່​ງານ​ມະຫາ​ກຳ​ດັ່ງກ່າວ​ຈະ​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: ສ້າງ​ໂຄງ​ປະກອບ​ສື່​ສານ, ​ໂຄສະນາ​ຄືນ​ໃຫມ່”. ງານ​ມະຫາ​ກຳ​ໂຄສະນາ​ຄັ້ງ​ນີ້ ​ແມ່ນ​ກາລະໂອກາດ​ເພື່ອ​ໃຫ້​ຫວຽດນາມສົ່ງ​ເຖິງ​ເພື່ອນ​ມິດສາ​ກົນ​ສານ​ທີ່​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ສັນຕິພາບ, ​ໄມ​ຕິ​ຈິດ ​ແລະ ຢາກ​ຮ່ວມ​ມື ​ແລະ ພັດທະນາ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ.
ຂ່າວ/ບົດ​ອື່ນ