ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ ນິວຊີແລນໃນພາກພື້ນ
(ພາບປະກອບ:hanoimoi.com.vn)
(vovworld) – ເມື່ອຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນ ຫວຽດນາມ ແລະ ນິວຊີແລນ ສ້າງຕັ້ງການພົວພັນທາງການທູດ (6/1975-6/2015), ທ່ານເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ Haike Manning ເນັ້ນໜັກວ່າ: ໃນຊຸມປີມໍໆມານີ້ການພົວພັນລະຫວ່າງ ນິວຊີແລນ ແລະ ຫວຽດນາມ ໄດ້ຮັບການເພີ່ມທະວີພໍສົມຄວນ ໃນຫຼາຍຂົງເຂດຄື: ການຄ້າ, ການສຶກສາ, ການພັດທະນາ ແລະ ການປ້ອງກັນຊາດ. ຫວຽດນາມ ແມ່ນຄູ່ຮ່ວມມືທີ່ນັບມື້ນັບສຳຄັນຂອງ ນິວຊີແລນ ໃນພາກພື້ນ. ໃນຂົງເຂດເສດຖະກິດ, ການພົວພັນ ລະຫວ່າງ 2 ປະເທດພວມພັດທະນາຢ່າງແຮງ. ຫວຽດນາມ ແມ່ນຄູ່ຮ່ວມມືຕັ້ງໜ້າທີ່ສຸດຂອງ ນິວຊີແລນ ຢູ່ພາກພື້ນ ອາຊຽນ. ສິ່ງທີ່ຄວນເຮັດນັ້ນແມ່ນ 2 ປະເທດສືບຕໍ່ໜູນຊ່ວຍວິສາຫະກິດ 2 ປະເທດສ້າງການພົວພັນຮ່ວມມືຢ່າງໝັ້ນຄົງກ່ວາ, ມີຄວາມເຂົ້າອົກເຂົ້າໃຈ ກ່ຽວກັບຕະຫຼາດຂອງກັນກ່ວາ. ພິເສດ, ການຄ້າ 2 ຝ່າຍ ຈະມີກາລະໂອກາດຫຼາຍຢ່າງ ເພື່ອພັດທະນາພາຍຫຼັງສັນຍາຄູ່ຮ່ວມມືຂ້າມປາຊີຟິກ ເຊິ່ງນັບທັງ ນິວຊີແລນ ແລະ ຫວຽດນາມ ແມ່ນສະມາຊິກສຳເລັດການເຈລະຈາ ແລະ ມຸ່ງໄປເຖິງການລົງນາມ.
ໃນການຮ່ວມມືດ້ານປ້ອງກັນຊາດ, 2 ປະເທດສືບຕໍ່ເອົາໃຈໃສ່ເຖິງການເຝຶກອົບຮົມ, ການແລກປ່ຽນນາຍທະຫານ, ບຳລຸງສ້າງພາສາອັງກິດ, ສົມທົບກັນໃນການເຂົ້າຮ່ວມຮັກສາສັນຕິພາບຂອງສະຫະປະຊາຊາດ. 2 ກະຊວງກໍເພີ່ມທະວີການໂອ້ລົມສົນທະນາ, ການແລກປ່ຽນ ກ່ຽວກັບບັນດາສິ່ງທ້າທາຍເຖິງຄວາມສະຫງົບໃນພາກພື້ນ, 2 ຝ່າຍສົມທົບກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນຄື: ເວທີປາໄສພາກພື້ນ ອາຊຽນ (ARF), ຫຼື ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+).