(ພາບປະກອບ)
(vovworld) - ໃນບົດວິເຄາະເສດຖະກິດລົງວັນທີ 28/03, ທະນາຄານແຫ່ງລັດ Qatar (QNB) - ທະນາຄານທີ່ໃຫຍ່ສຸດຢູ່ເຂດອ່າວເປີເຊຍ - ໃຫ້ຮູ້ວ່າ: ຫວຽດນາມ ຄາດຄະເນຈະແມ່ນໜຶ່ງໃນບັນດາຕະຫລາດຫາກໍພົ້ນເດັ່ນ (EMs) ມີລະດັບການເຕີບໂຕໄວທີ່ສຸດ, ສາມາດບັນລຸກ່ວາ 7% ແລະ ສູງກ່ວາອີກໃນປີ 2016 – 2017. ບົດຂຽນຊີ້ແຈ້ງວ່າ: ເອກະ ສານກອງປະຊຸມໃຫຍ່ຂອງພັກກອມມູນິດ ຫວຽດນາມ ຄັ້ງທີ 12 ໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ການປະຕິຮູບໂດຍເລັ່ງໃສ່ຂົງເຂດທະນາຄານ, ບັນດາລັດວິສາຫະກິດ ແລະ ຫັນເສດຖະກິດມະຫາພາກເປັເສລີ. ຍ້ອນເຫດນັ້ນ, ແງ່ຫວັງຂອງເສດຖະກິດ ຫວຽດນາມ ຍັງຕັ້ງໜ້າ, ເໝາະສົມກັບການຄາດຄະເນຂອງ QNB ປະກາດເມື່ອເດືອນ 12/2015, ຕາມນັ້ນແລ້ວ ເສດຖະກິດ ຫວຽດນາມ ຄາດຄະເນບັນລຸລະດັບເຕີບໂຕ 7% ໃນປີ 2016 ແລະ 7,5% ໃນປີ 2017.