ຫວຽດນາມແລະຝລັ່ງເພີ່ມທະວີການຮ່ວມມືດ້ານການບິນ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບທ່ານ Augustin de Romanet, ຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບິລິສັດການບິນ Paris.
ພາບ:chinhphu.vn
|
(vovworld)- ຕອນບ່າຍວັນທີ 2/3 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Augustin de Romanet, ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບິລິສັດການບິນ Paris. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕີລາຄາສູງເລື່ອງກຸ່ມບໍລິສັດການບິນ Paris ມີຄວາມເອົາໃຈໃສ່ຮ່ວມມື ແລະ ລົງທຶນຢູ່ຫວຽດນາມ ເປັນຕົ້ນໃນຂົງເຂດຄົມມະນາຄົມຂົນສົ່ງ, ຊົມເຊີຍກຸ່ມບໍລິສັດ ແລະ ບໍລິສັດໃຫຍ່ການບິນ ຫວຽດນາມ ບັນລຸໄດ້ຂໍ້ຕົກລົງຄູ່ຮ່ວມມືຜູ້ຖືຫຸ້ນຍຸດທະສາດ. ທ່ານນາຍົກລັດຖະມົນຕີເນັ້ນຫນັກວ່າ ລັດຖະບານຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ການຮ່ວມມືລະຫວ່າງກຸ່ມບໍລິສັດການບິນ Paris ແລະ ບໍລິສັດໃຫຍ່ການບິນຫວຽດນາມ. ສ່ວນທ່ານ Augustin de Romanet ຢືນຢັນ ກຸ່ມບໍລິສັດປາດຖະຫນາຢາກໄດ້ລົງທຶນດຳເນີນທຸລະກິດຍາວນານຢູ່ຫວຽດນາມ. ທ່ານ Augustin de Romanet ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊາບກ່ຽວກັບການພັດທະນາຂອງບັນດາທ່າອາກາດສະຍານຢູ່ ຝລັ່ງ ແລະ ຖືວ່າ ນີ້ແມ່ນບັນດາບົດຮຽນອັນລ້ຳຄ່າໃຫ້ແກ່ຫວຽດນາມ ໃນການຍົກລະດັບ, ເປີດກວ້າງບັນດາທ່າອາກາດສະຍານ.