ຫວຽດນາມແລະລາວແລກປ່ຽນບົດຮຽນໃນການຄຸ້ມຄອງລັດກ່ຽວກັບວຽກງານສາສະໜາ
ການເຮັດວຽກລະຫວ່າງ 2 ຝ່າຍ
(ພາບ: Hoàng Chương/Vietnam+)
(vovworld) – ວັນທີ 4/9, ຄະນະຜູ້ແທນຄະນະສາສະໜາຂອງລັດຖະບານ ຫວຽດນາມ ເລີ່ມການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ແຕ່ວັນທີ 4 – 7/9, ຕາມຄຳເຊື້ອເຊີນຂອງຄະນະກຳມະການສູນກາງແນວລາວສ້າງຊາດ. ທີ່ການເຈລະຈາກັບຄະນະກຳມະການສູນກາງແນວລາວສ້າງຊາດ, 2 ຝ່າຍໄດ້ເຫັນດີເປັນເອກະສັນນຳກັນວ່າໃນໄລຍະຈະມາເຖິງ, 2 ຝ່າຍຈະຜັນຂະຫຍາຍຂໍ້ຕົກລົງຮ່ວມມືໄລຍະ 2014 – 2020 ທີ່ໄດ້ລົງນາມແລ້ວຢ່າງມີປະສິດທິຜົນ, ແລກປ່ຽນຄະນະ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບການຄຸ້ມຄອງລັດກ່ຽວກັບສາສະໜາຂອງແຕ່ລະປະເທດເປັນປະຈຳ, ເປັນເຈົ້າການ, ຕັ້ງໜ້າປະຕິບັດໂຄງການຮ່ວມມື, ພິເສດແມ່ນໃນຂົງເຂດສາສະໜາ ເພື່ອແນໃສ່ຮັດແໜ້ນການພົວພັນລະຫວ່າງ 2 ອົງການພຸດທະສາສະໜາ ແລະ 2 ປະເທດ ຫວຽດນາມ - ລາວ. ພ້ອມກັນນັ້ນ, 2 ຝ່າຍຈະພ້ອມກັນໂຄສະນາເຜີຍແຜ່ຢ່າງເລິກເຊິ່ງ - ກ້ວາງຂວາງ ໃນໝູ່ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ ເພື່ອພ້ອມກັນຮັກສາ, ເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີ, ແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດເຊິ່ງລຸ້ນພໍ່ລຸ້ນອ້າຍໄດ້ສ້າງຂຶ້ນໃຫ້.