ຫວຽດນາມແລະສິງກະໂປທາບທາມດ້ານການເມືອງ
ທ່ານ K Shanmugam, ລັດຖະມົນຕີການຕ່າງປະເທດສິງກະໂປ
ຕ້ອນຮັບທ່ານຟ້າມກວາງວີງ, ລັດຖະມົນຕີຊ່ວຍວ່າການກະຊວງ
ການຕ່າງປະເທດຫວຽດນາມ
|
(vovworld)-ໂດຍປະຕິບັດຂໍ້ຕົກລົງຂອງກະຊວງການຕ່າງປະເທດຫວຽດນາມ ແລະ ສິງກະໂປ, ທ່ານ ຟ້າມກວາງວີງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ນຳຫນ້າຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ດຳເນີນການທາບທາມດ້ານການເມືອງຄັ້ງທີ 8 ແລະ ພົບປະແລກປ່ຽນຄັ້ງທີ 4 ກັບກະຊວງການຕ່າງປະເທດສິງກະໂປ ໃນເວລາ 2 ວັນ ຄືວັນທີ 10 ແລະ 11/7. ທີ່ການທາບທາມດ້ານການເມືອງຄັ້ງນີ້,ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີບັນດາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ເພີ່ມທະວີການແລກ່ປ່ຽນຄະນະຜູ້ແທນຢູ່ຂັ້ນສະພາແຫ່ງຊາດ, ພັກ ແລະ ການພົວພັນແລກປ່ຽນປະຊາຊົນ. ສອງຝ່າຍຢືນຢັນຈະຮ່ວມມືຢ່າງແຫນ້ນແຟ້ນເພື່ອກະກຽມໃຫ້ແກ່ການຢ້ຽມຢາມຫວຽດນາມຂອງອະດີດນາຍົກລັດຖະມົນຕີ ສິງກະໂປ Goh Chok Tong ຊື່ງຄາດວ່າດຳເນີນໄປໃນເດືອນ 9 ຈະມາເຖິງ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ບັນດາຂົງເຂດອື່ນ. ສອງຝ່າຍກໍແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຊີດຊູຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນໃນການຮ່ວມມືພາກພື້ນ. ສອງຝ່າຍເຫັນດີ ຈະດຳເນີນການທາບທາມຄຳເຫັນດ້ານການເມືອງຄັ້ງທີ 9 ຢູ່ຫວຽດນາມໃນປີ 2015.