ຫວຽດນາມແລະສເຊັກ:ເຊື່ອມຕໍ່ການພົວພັນໂດຍກົງລະຫວ່າງສອງກະຊວງຍຸຕິທຳ ພາຍຫລັງ25ປີ.

ຫວຽດນາມແລະສເຊັກ:ເຊື່ອມຕໍ່ການພົວພັນໂດຍກົງລະຫວ່າງສອງກະຊວງຍຸຕິທຳ ພາຍຫລັງ25ປີ. - ảnh 1
ທ່ານ​ ຮ່າ​ຮຸ່ງ​ເກືອງ ແລະ ບັນ​ດາ​ການ​ນຳ
ກຳ​ມ​າ​ທິ​ການ​ກົດ​ໝາຍ ແລະ ລັດ​ຖະ​ທຳ​ມະ​ນູນ ​ເຊັກ
ພາບ:internet

(vovworld)-  ​ວັນ​ທີ 23/9, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່ ສ​ເຊັກ ແຕ່​ວັນ​ທີ 21-24/9, ຄະ​ນະ​ພະ​ນັກ​ງານ​ກະ​ຊວງ​ຍຸ​ຕິ​ທຳ​ຫວຽດ​ນາມ ໂດຍ ທ່ານ ຮ່າ​ຮຸ່ງ​ເກືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ດັ່ງ​ກ່າວ​ນຳ​ຫນ້າ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ Helena Valkova, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ເຊັກ. ສອງ​ຝ່າຍ​ໄດ້​ຊີ້​ແຈ້ງເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເຊ​ື່ອມ​ຕໍ່​ການ​ພົວ​ພັນ​ໂດຍ​ກົງ​ລະ​ຫວ່າງ​​ກະ​ຊ​ວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຄືນ​ໃຫມ່, ພິ​ເສດ ລະ​ຫວ່າງ​ທ່ານ​ລັດ​ຖະ​ມົນ​ຕີ​ສອງ​ກະ​ຊວງ ພາຍ​ຫລັງ 25 ປີ​ຖືກ​ຢຸດ​ຕິ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທັງ​ສອງ​ທ່ານ ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ ຫັນ​ສັນ​ຍາ​ຫນູນ​ຊ່ວຍ​ດ້ານ​ຕຸ​ລາ​ການ​ກ່ຽວ​ກັບ​ອາ​ຍາ ແລະ ແພ່ງລະ​ຫວ່າງ​ສອງ​ປະ​ເທດ ຊື່ງ​ຫວຽດ​ນາມ ແລະ ເຊັກທີ​ໄດ້​ລົງ​ນາ​ມ​ເມື່ອ​ປີ 1982 ເປັນ​ທັນ​ສະ​ໄຫມ. ໃນ​ວັນ​ດຽວ​ກັນ, ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ຍຸ​ຕິ​ທຳ​ຫວຽດ​ນາມ ຮ່າ​ຮຸ່ງ​ເກືອງ ໄດ້​​ເຈ​ລະ​ຈາກັບ​ທ່ານ Jeronym Teji ຫົວ​ຫນ້າ​ກຳ​ມ​າ​ທິ​ການ​ກົດ​ໝາຍ ແລະ ລັດ​ຖະ​ທຳ​ມະ​ນູນ ສະ​ພາ​ຕ່ຳ ເຊັກ ແລະ ທ່ານ Miroslav Antl, ຫົວ​ຫນ້າ​ກຳ​ມາ​ທິ​ການ​ກົດ​ໝາຍ ແລະ ລັດ​ຖະ​ທຳ​ມະ​ນູນ​ສະ​ພາ​ສູງ ເຊັກ, ແບ່ງ​ປັນ​ບົດ​ຮຽນ​ໃນ​ບັນ​ດາ​ບັນ​ຫາ​​ນິ​ຕິ​ບັນ​ຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ