ຫວຽດນາມແລະອັງກິດຊຸກຍູ້ການຮ່ວມມືດ້ານການສຶກສາຢ່າງໝັ້ນຄົງ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ
ກ່າວຄຳເຫັນທີ່ພິທີໄຂເວທີປາໄສ (ພາບ:Vietnam+)
(vovworld) – ດ້ວຍຫົວຂໍ້ “ເຊື່ອມຕໍ່ກະລາໂອກາດເພື່ອການພົວພັນຄູ່ຮ່ວມມືດ້ານສຶກສາຢ່າງໝັ້ນຄົງ”, ເວທີປາໄສຮ່ວມມືດ້ານການສຶກສາ ຫວຽດນາມ - ອັງກິດ ໄດ້ຈັດຕັ້ງຂຶ້ນໃນວັນທີ 11/9 ຢູ່ນະຄອນຫລວງ ລອນດອນ, ລາຊະອານາຈັກ ອັງກິດ ໄດ້ກາຍເປັນຂົວຕໍ່ ເພື່ອບັນດາຮາກຖານການສຶກສາ ແລະ ບຳລຸງສ້າງ 2 ປະເທດພົບປະ, ແລກປ່ຽນບົດຮຽນ ແລະ ເພີ່ມທະວີການຮ່ວມມື. ເຂົ້າຮ່ວມເວທີປາໄສ ແມ່ນບັນດາເຈົ້າໜ້າທີ່ລັດຖະບານ 2 ປະເທດພ້ອມກັບຜູ້ຕາງໜ້າຂອງມະຫາວິທະຍາໄລ ແລະ ອົງການສຶກສາແຖວໜ້າ ຫວຽດນາມ - ອັງກິດຈຳນວນ 100 ທ່ານ. ກ່າວຄຳເຫັນທີ່ພິທີໄຂເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ ຢືນຢັນວ່າ: ການສຶກສາຍາມໃດກໍແມ່ນລັດຖະນະໂຍບາຍແຖວໜ້າຂອງລັດຖະບານ ຫວຽດນາມ ແລະ ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ແມ່ນໜຶ່ງໃນບັນດາບາດກ້າວບຸກທະລຸຍຸດທະສາດໃນການພັດທະນາຢ່າງໝັ້ນຄົງ ແລະ ເຊື່ອມໂຍງຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເຊື່ອໝັ້ນວ່າ: ເວທີປາໄສຈະປະກອບສ່ວນສຳຄັນເຂົ້າການຊຸກຍູ້ຮ່ວມມືດ້ານສຶກສາ ຫວຽດນາມ -ອັງກິດ, ປະກອບສ່ວນສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງໃຫ້ ຫວຽດນາມ ໃນສະພາວະທີ່ 2 ປະເທດສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານນາງ Cherry Gough, ຜູ້ອຳນວຍການສະພາ ອັງກິດ - ຫວຽດນາມ ກໍສະແດງຄວາມຫວັງວ່າ ເວທີປາໄສຈະເປີດໃຫ້ບັນດາກາລະໂອກາດການຮ່ວມມືຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາ ໃນໄລຍະຈະມາເຖິງ. ທີ່ເວທີປາໄສ, 2 ຝ່າຍກໍເຊັນຖະແຫຼງການຮ່ວມກ່ຽວກັບການຮ່ວມມືລະຫວ່າງກະຊວງການສຶກສາ ແລະ ບຳລຸງສ້າງ, ສະພາ ອັງກິດ ແລະ ອົງການສາກົນມະຫາວິທະຍາໄລ ລາຊະອານາຈັກອັງກິດ.