ຫວຽດນາມແລະອາເມລິກາເຈລະຈານະໂຍບາຍປ້ອງກັນຊາດຄັ້ງທີ 7
ທ່ານ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານນາງ Abercrombie, ຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ
|
(vovworld)- ຕອນບ່າຍວັນທີ 17/10 ຢູ່ ຮ່າໂນ້ຍ, ທ່ານ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານນາງ Abercrombie, ຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ເນື່ອງໃນໂອກາດທ່ານນາງມາເຂົ້າຮ່ວມການເຈລະຈານະໂຍບາຍປ້ອງກັນຊາດສອງຝ່າຍ ຄັ້ງທີ 7 ຢູ່ຫວຽດນາມ. ທ່ານ ລັດຖະມົນຕີໂງຊວນລີກ ຢືນຢັນວ່າ: ຫວຽດນາມ ປາດຖະຫນາຢາກຮ່ວມມືກັບ ອາເມລິກາ ໃນທຸກຂົງເຂດ, ໃນນັ້ນ ມີການຮ່ວມມືດ້ານປ້ອງກັນຊາດ ເພື່ອຜົນປະໂຫຍດລວມຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ. ຊົມເຊີຍໝາກຜົນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ ອາເມລິກາ ຄັ້ງທີ 7, ທ່ານລັດຖະມົນຕີ ໂງຊວນລີກ ປາດຖະຫນາຢາກໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືຕາມຂອບເຂດບົດບັນທຶກຊ່ວຍຈຳ ຊື່ງກະຊວງປ້ອງກັນປະເທດສອງປະເທດ ໄດ້ລົງນາມເມື່ອປີ 2011, ຖະແຫລງການວິໄສທັດລວມກ່ຽວກັບການພົວພັນການປ້ອງກັນຊາດສອງຝ່າຍຊື່ງໄດ້ລົງນາມໃນປີ 2015, ເໝາະສົມກັບການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ ແລະ ອາເມລິກາ.
ກ່ອນຫນ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຫງວຽນຈີວີ້ງ ແລະ ທ່ານນາງ Cara Abercrombie ໄດ້ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດສອງຝ່າຍຄັ້ງທີ 7. ທີ່ການເຈລະຈາ, ທ່ານຮອງລັດຖະມົນຕີ ຫງວຽນຈີວີ້ງ ແລະ ທ່ານນາງ Cara Abercrombie ໄດ້ປຶກສາຫາລືຫລາຍມາດຕະການເພື່ອຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດຄື: ການແລກປ່ຽນຄະນະຜູ້ແທນ, ການປ້ອງກັນຄວາມສະຫງົບປອດໄພບົນທະເລ, ການປະຕິບັດກົດໝາຍກ່ຽວກັບທະເລ, ການຫນູນຊ່ວຍມະນຸດສະທຳ, ກູ້ໄພກູ້ຊີບໄພພິບັດ, ການຮ່ວມມືເສນາຮັກ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ , ການສຶກສາບຳລຸງສ້າງ. ກ່ຽວກັບສະງພາບການພາກພື້ນ ແລະ ໂລກ, ທ່ານນາງ Cara Abercrombie ໃຫ້ຮູ້ວ່າ: ອາເມລິກາ ຈະບໍ່ປ່ຽນແປງການປະຕິບັດຍຸດທະສາດ “ສ້າງຄວາມດຸ່ນດ່ຽງຄືນໃຫມ່”. ບັນດາຄຳໝັ້ນສັນຍາຂອງ ອາເມລິກາສຳລັບ ອາຊີ ປາຊີຟີກ ຍັງຄົງສືບຕໍ່ໄດ້ຮັບການຜັນຂະຫຍາຍ. ທ່ານຮອງລັດຖະມົນຕີ ຫງວຽນຈີວີ້ງ ຢືນຢັນ: ຫວຽດນາມ ສະຫນັບສະຫນູນ ອາເມລິກາກໍຄືບັນດາຄູ່ຮ່ວມມືອື່ນທີ່ແຊກແຊງເຂົ້າພາກພື້ນ ຖ້າຫາກການແຊກແຊງນີ້ ໄດ້ນຳມາໃຫ້ ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃຫ້ແກ່ພາກພື້ນ. ຫວຽດນາມ ແລະ ອາເມລິກາ ກໍເຫັນດີວ່າ: ບັນດາປະເທດຕ້ອງແກ້ໄຂບັນດາຄວາມຂັດແຍ້ງກັນໂດຍສັນຕິວິທີ, ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.