ຫວຽດນາມໄດ້ລົງນາມໃນສັນຍາຮ່ວມມືນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບກັບ9ປະເທດ
ໂຄງການໄຟຟ້ານິວເຄຼຍ ນີງທ້ວນ
ພາບ:dienhatnhan.com
|
(vovworld)- ຫວຽດນາມໄດ້ລົງນາມໃນສັນຍາຮ່ວມມືນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບກັບ9ປະເທດ. ນີ້ແມ່ນສິ່ງທີ່ຖືກຍົກອອກໃນກອງປະຊຸມພະລັງງານນິວເຄຼຍ ອາຊີ ຄັ້ງທີ 3 ຊື່ງຈັດຂຶ້ນໃນວັນທີ 22/1 ຢູ່ຮ່າໂນ້ຍ. 9 ປະເທດ ຊື່ງຫວຽດນາມ ເຊັນສັນຍາຮ່ວມມື ນັ້ນແມ່ນ: ລັດເຊຍ, ຈີນ, ສເກົາຫລີ, ຍີ່ປຸ່ນ, ຝລັ່ງ, ອິນເດຍ, ອັກຊັງຕີນ, ການາດາ, ອາເມລິກາ. ນອກນັ້ນ ຫວຽດນາມ ກໍເຂົ້າຮ່ວມບັນດາເອກະສານນິຕິກຳສາກົນກ່ຽວຂ້ອງເຖິງຂົງເຂດນີ້.
ທີ່ກອງປະຊຸມ, ບັນດາຜູ້ແທນສາກົນ ໄດ້ແບ່ງປັນບົດຮຽນໃນການຜັນຂະຫຍາຍບັນດາໂຄງການໄຟຟ້ານິວເຄຼຍ. ທ່ານ ເຈີນຫວຽດແທງ, ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເນັ້ນຫນັກວ່າ:
“ກອງປະຊຸມແມ່ນເວທີປາໄສທີ່ມີປະໂຫຍດເພື່ອໃຫ້ຜູ້ແທນແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ແລະ ຊອກຫາກາລະໂອກາດຮ່ວມມື, ພ້ອມທັງເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ. ບັນດາຜູ້ແທນຈະຊ່ວຍໃຫ້ບັນດາປະເທດທີ່ຫາກໍເລີ່ມພັດທະນາໄຟຟ້ານິວເຄຼຍຄື ຫວຽດນາມ ຜັນຂະຫຍາຍໂຄງການໄຟຟ້ານິວເຄຼຍຂອງຕົນຢ່າງມີປະສິດທິຜົນ.”