(vovworld) – ສະມາຄົມເກີບໜັງ - ກະເປົາຫວຽດນາມ (Lefado) ໃຫ້ຮູ້ວ່າ ບັນດາເຄື່ອງໝາຍການຄ້າເກີບໜັງໃຫຍ່ໃນໂລກຄື Nike, Adidas, Puma ພວມເພີ່ມທະວີການເປີດກວ້າງ, ຫັນໃບສັ່ງຊື້ຈາກຈີນ, ບັງກະລາເທດ ມາຫວຽດນາມ, ອັດຕາການຫັນທິດນີ້ເພີ່ມຂຶ້ນປະມານ 25% ເມື່ອທຽບໃສ່ປີ 2013. ນອກນັ້ນ, ມີບາງເຄື່ອງໝາຍການຄ້າໃຫຍ່ຄື ກຸ່ມບໍລິສັດ Target Sourcing Services (ແມ່ນໜຶ່ງໃນຈຳນວນບໍລິສັດແຈກຢາຍ 10 ແຫ່ງທີ່ໃຫຍ່ກວ່າໝູ່ຂອງໂລກ), ກຸ່ມບໍລິສັດ Dansun ພວມກຳນົດທິດລົງທຶນເຂົ້າຫວຽດນາມ. ບັນດາເຄື່ອງໝາຍການຄ້າໃຫຍ່ກ່ອນນີ້ພຽງສັ່ງຊື້ສິນຄ້າຢູ່ຈີນ ຄືກຸ່ມບໍລິສັດກະເປົາຄຸນນະພາບສູງ Lancaster, Sequoia Paris ຄາດວ່າຈະຫັນການລົງທຶນມາຫວຽດນາມ ເພື່ອແຈກຢາຍຄວາມສ່ຽງ; ບັນດາເຄື່ອງໝາຍການຄ້າ Timberland, Puma… ຢາກເປີດກວ້າງການຜະລິດຢູ່ຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການສັ່ງຊຶ້ສິນຄ້າທີ່ຫັນຈາກຈີນ ມາຫວຽດນາມ.