ຫວຽດນາມ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ລັດທິຫຼາຍຝ່າຍຂອງ ສປຊ
(VOVWORLD) -ວັນທີ 20 ກັນຍາ, ອົງການຫໍສະໝຸດ ແລະ ເກັບຮັກສາຂອງ ສປຊ ປະຈຳ ເຊີແນວ ໄດ້ເປີດງານວາງສະແດງເອກະສານ ແລະ ວັດຖຸພັນປະຫວັດສາດ ເພື່ອສະເຫຼີມສະຫຼອງ 100 ປີ ແຫ່ງລັດທິຫຼາຍຝ່າຍຢູ່ ເຊີແນວ (1920 – 2020) ເພື່ອເນັ້ນໜັກເຖິງຄວາມສຳຄັນຂອງລັດທິຫຼາຍຝ່າຍໃນໂລກທີ່ພວມມີການປ່ຽນແປງຫຼາຍຢ່າງຄືໃນປັດຈຸບັນນີ້.
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ລົງລາຍເຊັນໃສ່ປ້າຍໂຄສະນາ ກົດບັດ ສປຊ(ພາບ: TTXVN) |
ໂອກາດນີ້ ກໍກົງກັບການສະເຫຼີມສະຫຼອງ 45 ປີ ແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ສປຊ (20/9/1977 – 20/09/2022), ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ ຢູ່ ເຊີແນວ, ໄດ້ລົງລາຍເຊັນໃສ່ປ້າຍໂຄສະນາ ກົດບັດ ສປຊ ແລະ ພ້ອມກັບພະນັກງານ, ພາລະກອນຂອງຄະນະເຂົ້າຮ່ວມງານວາງສະແດງ ເພື່ອເປັນການສະແດງຄຳໝັ້ນສັນຍາຢ່າງແຮງ ແລະ ຄວາມມານະພະຍາຍາມຢ່າງຕັ້ງໜ້າຂອງ ຫວຽດນາມ ເພື່ອຍົກສູງ ແລະ ຊຸກຍູ້ລັດທິຫຼາຍຝ່າຍ.