(vovworld) - ໃນລະຫວ່າງວັນທີ 9 – 11/5, ຢູ່ນະຄອນຫຼວງ Kualalumpur, ປະເທດ ມາເລເຊຍ, ໄດ້ດຳເນີນການເສັງ - ງານວາງສະແດງສາກົນປະດິດສ້າງວິທະຍາສາດເຕັກໂນໂລຢີໄວໜຸ່ມ (IEYI) ຄັ້ງທີ 9 ດ້ວຍການເຂົ້າຮ່ວມຂອງບັນດາຄະນະທີ່ມາຈາກ 13 ປະເທດໃນທົ່ວໂລກ. ຄະນະຫວຽດນາມ ໂດຍ ດຣ ຟານຕູ່ງເມົ້າ, ຮອງປະທານສະຫະສະມາຄົມບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ເປັນຫົວໜ້າຄະນະ. ຫວຽດນາມ ເຂົ້າຮ່ວມ IEYI 2013 ດ້ວຍ 9 ກິດຈະກຳປະດິດສ້າງ ແລະ ທັງ 9 ກິດຈະກຳລ້ວນແຕ່ໄດ້ຮັບລາງວັນ, ໃນນັ້ນໄດ້ຮັບ 7 ຫຼຽນຄຳ ແລະ 2 ຫຼຽນເງິນ. ດຣ ຟານຕູ່ງເມົ້າ ໃຫ້ຮູ້ວ່າ: ນີ້ແມ່ນຜົນງານສູງສຸດນັບແຕ່ກ່ອນມາຮອດປະຈຸບັນຂອງພວກນັກຮຽນ ຫວຽດນາມ ເຂົ້າຮ່ວມການເສັງ IEYI, ຜົນງານທີ່ພວກນ້ອງບັນລຸ, ໄດ້ຢັ້ງຢືນຄຸນນະທາດ, ຄວາມສາມາດຂອງນັກຮຽນ ຫວຽດນາມ ໃນບັນດາການເສັງສາກົນ. ກິດຈະກຳປະດິດສ້າງທັງໝົດຂອງນັກຮຽນ ຫວຽດນາມ ໄດ້ຮັບການຕີລາສູງຈາກຄະນະກຳມະການສາກົນ, ໃນນັ້ນມີບັນດາກິດຈະກຳບັນລຸຄະແນນສູງ.