(VOVWORLD) -ທີ່ການພົບປະກັບສົມເດັດ Hamad bin Salman Al Khalifa, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ສະເໜີກະຊວງອຸດສາຫະກຳ ແລະ ການຄ້າ ບາເຣນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງອອກໄປຍັງບາເຣນ ແລະ ໜູນຊ່ວຍວິສາຫະກິດຫວຽດນາມ ພັດທະນາຢູ່ ບາເຣນ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບາເຣນ ສົມເດັດ Abdulla bin Ahmed Al Khalifa
(ພາບ: ກະຊວງການຕ່າງປະເທດ)
|
ໃນລະຫວ່າງວັນທີ 11 - 12 ກຸມພາ, ຢູ່ນະຄອນຫຼວງ Manama, ເນື່ອງໃນໂອກາດຢ້ຽມຢາມ ບາເຣນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ໄດ້ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ຄັ້ງທີ 1 ກັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບາເຣນ ສົມເດັດ Abdulla bin Ahmed Al Khalifa. ໃນຂອບເຂດການຢ້ຽມຢາມ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ພົບປະກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສົມເດັດ Hamad bin Salman Al Khalifa ແລະ ທ່ານນາງຮອງປະທານສະພາດຳເນີນທຸລະກິດ ອາຊຽນ - ບາເຣນ Feryal Abdullah Nass.
ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ແລະ ສົມເດັດ Abdulla bin Ahmed Al Khalifa ໄດ້ເຫັນດີເປັນເອກະພາບນຳກັນວ່າ ກະຊວງການຕ່າງປະເທດສອງປະເທດຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາມາດຕະການ ເພື່ອຍົກສູງປະສິດທິຜົນໃນການຮ່ວມມືສອງຝ່າຍຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ສົມທົບ ແລະ ສະໜັບສະໜູນກັນຢູ່ເວທີປາໄສ, ອົງການຈັດຕັ້ງສາກົນ ແລະ ພາກພື້ນ…
ທີ່ການພົບປະກັບສົມເດັດ Hamad bin Salman Al Khalifa, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ສະເໜີກະຊວງອຸດສາຫະກຳ ແລະ ການຄ້າ ບາເຣນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງອອກໄປຍັງບາເຣນ ແລະ ໜູນຊ່ວຍວິສາຫະກິດຫວຽດນາມ ພັດທະນາຢູ່ ບາເຣນ.
ທີ່ການປະຊຸມກັບທ່ານນາງຮອງປະທານສະພາດຳເນີນທຸລະກິດ ອາຊຽນ - ບາເຣນ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ສະເໜີ ໃຫ້ສະພາສືບຕໍ່ໜູນຊ່ວຍເຊື່ອມຕໍ່ວິສາຫະກິດສອງປະເທດ, ຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການຄ້າໃນໄລຍະຈະມາເຖິງ.