ທ່ານຮອງລັດຖະມົນຕີການຕ່າງປະເທດ Pham Quang Vinh
(ພາບ:ອິນເຕີແນັດ)
(VOV)- ວາລະປຶກສາຫາລືລວມໃນກອງປະຊຸມສະມັດຊາໃຫ່ຍ ສປຊ ຄັ້ງທີ 67 ຫາກໍ່ຖືກອັດລົງທີ່ສຳນັກງານ ສປຊ ຢູ່ນິວຢອກ ປະເທດອາເມລິກາ ໃນຕອນເຊົ້າຂອງວັນທີ 2/10 ຕາມເວລາຫວຽດນາມ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ Pham Quang Vinh ນຳໜ້າ ໄດ້ເຂົ້າຮ່ວມວາລະປຶກສາຫາລື. ທ່ານຮອງລັດຖະມົນຕີ Pham Quang Vinh ຊົມເຊີຍຫົວຂໍ້ຂອງກອງປະຊຸມສະມັດຊາໃຫ່ຍ ສປຊ ຄັ້ງທີ 67 ກ່ຽວກັບການແກ້ໄຂບັນດາການພິພາດກັນສາກົນ ແລະ ຢັ້ງຢືນວ່າ: ໃນສະພາບສາກົນຂາດສະຖຽນລະພາບ, ການປະທະກັນເກີດຂຶ້ນຢ່າງສັບສົນຢູ່ຫຼາຍພາກພື້ນໃນໂລກນັ້ນ, ສປຊ ຕ້ອງຍົກສູງການປະຕິບັດ ແລະ ເສີມຂະຫຍາຍບົດບາດຂອງກົດໝາຍສາກົນກໍ່ຄືກົດບັດ ສປຊ. ທ່ານຮອງລັດຖະມົນຕີ Pham Quang Vinh ຕີລາຄາສູງຄວາມໝາຍຂອງພິທີລະນຶກ 30 ປີແຫ່ງວັນເຊັນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (1982-2012), ຖືວ່າ, ນີ້ແມ່ນໂອກາດເພື່ອໃຫ້ປະຊາຄົມໂລກຢືນຢັນຄືນໃໝ່ຄຳໝັ້ນສັນຍາປະຕິບັດສົນທິສັນຍາສຳຄັນນີ້ຢ່າງເຂັ້ມງວດ:
“ການປະຕິບັດກົດໝາຍສາກົນແມ່ນຫຼັກການພື້ນຖານເພື່ອກຳນົດທິດທາງນະໂຍບາຍ ແລະ ການກະທຳຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ນີ້ກໍ່ແມ່ນການເລືອກເຟັ້ນ ແລະ ຄວາມມານະພະຍາຍາມຂອງປະຊາຄົມໂລກ. ໃນສະພາບການທີ່ພວກເຮົາຈະຈັດພິທີລະນຶກ 30 ປີແຫ່ງວັນເຊັນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ໃນທ້າຍປີນີ້, ພວກເຮົາຕ້ອງຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາຢ່າງຂັນແຂງຂອງຕົນ ໃນການເຄົາລົບເອກະສານພື້ນຖານສະບັບນີ້, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ການຮ່ວມມືໃນການເດີນທະເລ“