(VOVWORLD) -ຕອນບ່າຍວັນທີ 14 ຕຸລາ, ທີ່ການໂອ້ລົມສົນທະນາ ດ້ວຍຫົວຂໍ້ “Why ຫວຽດນາມ” ໄດ້ຈັດຂຶ້ນໃນຂອບເຂດກອງປະຊຸມ ແລະ ງານວາງສະແດງໂລກດີຈີຕອນ 2021.
ພາບປະກອບ: TTXVN |
ຕາມທ່ານ ຫງວຽນແທັງຕວຽນ, ຮອງຫົວໜ້າກົມເຕັກໂນໂລຢີຂໍ້ມູນຂ່າວສານ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ) ແລ້ວ, ຫວຽດນາມ ມີຂອບຂະໜາດປະຊາກອນໃຫຍ່, ມີ GDP ຖືກຈັດຢູ່ອັນດັບທີ 40 ໃນໂລກ ແລະ ທີ 4 ໃນອາຊຽນ. ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ບືນຕົວຂຶ້ນລື່ນກາຍຫຼາຍປະເທດມະຫາອຳນາດ ກ່ຽວກັບຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ບາງຂົງເຂດໄດ້ລອດເຂົ້າໄປຢູ່ໃນ Top 10 ປະເທດໃນໂລກ.
ໂຄງການຫັນເປັນດີຈີຕອນ ແຫ່ງຊາດ ຂອງ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍຄວບຄູ່ນັ້ນ ແມ່ນທັງພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພ້ອມທັງຫາກໍ່ສ້າງຕັ້ງວິສາຫະກິດ ເຕັກໂນໂລຢີດີຈີຕອນ ຫວຽດນາມ ທີ່ມີກຳລັງຄວາມສາດອອກສູ່ທົ່ວໂລກ.
ແລະກໍ່ໃນຕອນບ່າຍວັນທີ 14 ຕຸລາ, ໃນຂອບເຂດກອງປະຊຸມ ແລະ ງານວາງສະແດງໂລກດີຈີຕອນ 2021 ໄດ້ດຳເນີນ ກອງປະຊຸມໂຕະມົນຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ວ່າ “ຫັນຊີວິດປະຈຳວັນເປັນດີຈີຕອນ: ຊຸກຍູ້ການບໍລິການສາທາລະນະ ການຫັນເປັນດີຈີຕອນ”.