( vovworld ) – ຫວຽດນາມ ຢືນອັນດັບທີ 2 ໃນຈຳນວນບັນດາປະເທດມີຄວາມສຸກທີ່ສຸດໃນໂລກ ກ່ຽວກັບຂົງເຂດນຳໃຊ້ບັນດາແຫຼ່ງຊັບພະຍາກອນສິ່ງແວດລ້ອມ ເພື່ອນຳມາເຊີ່ງຊີວິດທີ່ມີຄວາມຜາສຸກ ແລະ ອາຍຸຍືນຍາວໃຫ້ແກ່ປະຊາຊົນ. ນັ້ນແມ່ນບັນຊີລາຍຊື່ຈັດອັນດັບດັດຊະນີຄວາມຜາສຸກໃນໜ່ວຍພິພົບ (HPI) ປີ 2012 ໂດຍກອງທຶນເສດຖະກິດໃໝ່ (NEF) ຊື່ງແມ່ນອົງການບໍ່ຂຶ້ນກັບລັດຖະບານທີ່ມີສຳນັກງານຕັ້ງຢູ່ປະເທດອັງກິດ ປະກາດເມື່ອວັນທີ 14/6 ທີ່ຜ່ານມາ. ຢືນອັນດັບ 1 ໃນບັນຊີລາຍຊື່ຂອງ 151 ປະເທດ ແລະ ເຂດແຄ້ວນ ໄດ້ຮັບການສຳຫຼວດແມ່ນປະເທດ Costa Rica. ນີ້ແມ່ນປີທີ 2 ຢ່າງລຽນຕິດທີ່ Costa Rica ຢືນອັນດັບ 1 ກ່ຽວກັບດັດຊະນີ HPI. HPI ໄດ້ສ້າງຂຶ້ນດ້ວຍ 3 ມາດຖານຄື: ຄວາມເພິ່ງພໍໃຈກັບຊີວິດ, ອາຍຸຍືນສະເລ່ຍຂອງປະຊາຊົນ ແລະ ລະດັບໃຊ້ ແລະ ປ່ອຍອາຍກາກບອນອອກສູ່ສິ່ງແວດລ້ອມ.
ດັດຊະນີ HPI ໄດ້ຖືກປະກາດເປັນຄັ້ງທຳອິດເມື່ອປີ 2006 ແລະ ຄັ້ງທີ 2 ໃນປີ 2009. ຫວຽດນາມ ໄດ້ເລື່ອນຂັ້ນຢ່າງຕໍ່ເນື່ອງ, ຈາກອັນດັບທີ 12 ໃນປີ 2006 ຂຶ້ນອັນດັບທີ 5 ໃນປີ 2009 ແລະ ອັນດັບທີ 2 ໃນປີ 2012.