ຫວຽດນາມ ຢາກເພີ່ມທະວີ ການຮ່ວມມືກະສິກຳກັບແຂວງ Niigata, ປະເທດ ຍີ່ປຸ່ນ
Viet Dung, ນັກຂ່າວ vov ປະຈຳ ຍີ່ປຸ່ນ -  
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ດ່ວານຊວນຮືງ ແລະທ່ານ Hirohiko Izumida, ຜູ້ວ່າການແຂວງ Niigata
(vovworld) - ຜະລິດກະສິກຳ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການທ່ອງທ່ຽວ ແມ່ນບັນດາຂົງເຂດເຊິ່ງ ຫວຽດນາມ ແລະ ແຂວງ Niigata ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມື. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ດ່ວານຊວນຮືງ ໄດ້ເນັ້ນໜັກຄືດັ່ງກ່າວໃນການຢ້ຽມຢາມແຂວງ Niigata ໃນລະຫວ່າງວັນທີ 26 – 28/4. ກ່າວຄຳເຫັນທີ່ການພົບປະ ກັບ ຜູ້ວ່າການແຂວງ Niigata, ທ່ານ Hirohiko Izumida, ທ່ານເອກອັກຄະລັດຖະທູດ ດ່ວານຊວນຮືງ ຢືນຢັນວ່າ: ການພົວພັນ ຫວຽດນາມ - ຍີ່ປຸ່ນ ພວມຢູ່ໃນໄລຍະພັດທະນາດີທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, 2 ປະເທດແມ່ນເພື່ອນມິດທີ່ສະໜິດສະໜົມ, ການນຳ ຍີ່ປຸ່ນ ຖືຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຢູ່ ອາຊີ ແລະ ກົງກັນຂ້າມ. ທ່ານເອກອັກຄະລັດຖະທູດ ດ່ວານຊວນຮືງ ຫວັງວ່າຜູ້ວ່າການແຂວງ ແລະ ບັນດາວິສາຫະກິດແຂວງ Niigata ຈະມາຢ້ຽມຢາມ ຫວຽດນາມ ໂດຍໄວເພື່ອຊອກຮູ້ຕື່ມກ່ຽວກັບກາລະໂອກາດຮ່ວມມື, ລົງທຶນ, ພ້ອມທັງຊຸກຍູ້ການພົບປະແລກປ່ຽນວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນ. ທ່ານຜູ້ວ່າການແຂວງ Izumida ຖືວ່າ: ບັນດາວິສາຫະກິດຂອງປະເທດນີ້ເຊິ່ງລວມມີແຂວງ Niigata ພວມມີກາລະໂອກາດຫຼາຍຢ່າງເພື່ອລົງທຶນເຂົ້າ ຫວຽດນາມ, ປະຈຸບັນໄດ້ມີສະຫະສະມາຄົມ ວິສາຫະກິດ Niigata ປະຈຳ ຫວຽດນາມ ແລ້ວ.
Viet Dung, ນັກຂ່າວ vov ປະຈຳ ຍີ່ປຸ່ນ