ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ
ຫວຽດນາມ ເຮັດວຽກຢູ່ລາວ
(ພາບ: vietnamplus.vn)
(vovworld) - ນັບແຕ່ວັນທີ 18-20/12, ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ ໂດຍທ່ານ ຫງວຽນຮ່ວາບິ່ງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດເປັນຫົວໜ້າຄະນະ, ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ຕອນບ່າຍວັນທີ 18/12, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ ໄດ້ມີການພົບປະແລກປ່ຽນກັບຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ ລາວ, ໂດຍທ່ານຄຳສານສຸວົງ, ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ລາວ ນຳໜ້າ. ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ທິດທາງ ແລະ ເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນສືບຕໍ່ປະຕິບັດສັນຍາຮ່ວມມືເຊິ່ງໄດ້ຮັບການລົງນາມເມື່ອປີ 1997 ແລະ ບົດບັນທຶກຜົນຂອງການເຈລະຈາທີ່ໄດ້ຮັບການລົງນາມຢ່າງມີປະສິດທິຜົນ; ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນນັກວິຊາການ, ແລະ ຂັ້ນແຂວງ ເພື່ອພົບປະແລກປ່ຽນ, ຮຳ່ຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ ໃນການຕໍ່ສູ້ຕ້ານອາດສະຍາກຳ; ເພີ່ມທະວີການຊ່ວຍເຫຼືອກັນໃນຂົງເຂດບຳລຸງສ້າງວິຊາການໄອຍະການ. ຝ່າຍຫວຽດນາມ ສືບຕໍ່ໜູນຊ່ວຍກໍ່ສ້າງ, ຍົກລະດັບສະຖາບັນຄົ້ນຄ້ວາບຳລຸງສ້າງພະນັກງານໄອຍະການລາວ. ນອກນັ້ນ, ທັງສອງຝ່າຍຈະສົມທົບກັນຈັດຕັ້ງກອງປະຊຸມໄອຍະການປະຊາຊົນບັນດາແຂວງຊາຍແດນຄັ້ງທີ 3 ຢູ່ຫວຽດນາມ ເຊິ່ງຄາດວ່າຈະຈັດຕັ້ງໃນປີ 2013.