ຫວຽດນາມ ສູ້ຊົນໃຫ້ບັນລຸການປ່ອຍອາຍພິດລົງລະດັບ “0” ໃນປີ 2050

(VOVWORLD) - ຕາມນັ້ນແລ້ວ, ເປົ້າໝາຍລວມຂອງຍຸດທະສາດແມ່ນເປັນເຈົ້າການຮັບມືຢ່າງມີປະສິດທິຜົນ, ຫລຸດຜ່ອນລະດັບຜົນສະທ້ອນ, ຜົນເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ
ຫວຽດນາມ ສູ້ຊົນໃຫ້ບັນລຸການປ່ອຍອາຍພິດລົງລະດັບ “0” ໃນປີ 2050 - ảnh 1ພາບປະກອບ

ທ່ານຮອງນາຍົກລັດຖະມົນຕີ ເລວັນແທັ່ງ ໄດ້ລົງນາມໃນຂໍ້ຕົກລົງວັນທີ 26 ກໍລະກົດ ເພື່ອອະນຸມັດຜ່ານ “ຍຸດທະສາດແຫ່ງຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050”. ຕາມນັ້ນແລ້ວ, ເປົ້າໝາຍລວມຂອງຍຸດທະສາດແມ່ນເປັນເຈົ້າການຮັບມືຢ່າງມີປະສິດທິຜົນ, ຫລຸດຜ່ອນລະດັບຜົນສະທ້ອນ, ຜົນເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ; ຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວຕາມເປົ້າໝາຍຫລຸດຜ່ອນລົງໃຫ້ຢູ່ໃນລະດັບ “0” ໃນປີ 2050, ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນໃນການປົກປັກຮັກສາສະພາບອາກາດຂອງໜ່ວຍໂລກ; ໝູນໃຊ້ບັນດາກາລະໂອກາດຈາກການຮັບມືກັບການປ່ຽນແປງຂອງດິນຟ້າອາກາດເພື່ອຫັນປ່ຽນຮູບແບບການເຕີບໂຕ, ຍົກສູງຄວາມໝັ້ນຄົງ ແລະ ແກ່ງແຍ້ງຂອງພື້ນຖານເສດຖະກິດ.

        ເພື່ອບັນລຸໄດ້ບັນດາເປົ້າໝາຍນີ້, ຍຸດທະສາດນີ້ກໍ່ໄດ້ຍົກອອກບັນດາໜ້າທີ່, ມາດຕະການລະອຽດເພື່ອເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫລຸດຜ່ອນຄວາມເສຍຫາຍຍ້ອນໄພພິບັດທຳມະຊາດ ແລະ ສະພາບອາກາດຮ້າຍແຮງເພີ່ມຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ