ຫວຽດນາມ - ອາເມລິກາ ລົງນາມໃນສັນຍາປັບປຸງສັນຍາຂົນສົ່ງທາງອາກາດ

ຫວຽດນາມ - ອາເມລິກາ ລົງນາມໃນສັນຍາປັບປຸງສັນຍາຂົນສົ່ງທາງອາກາດ - ảnh 1
ລັດຖະມົນຕີ​ຄົມມະນາຄົມ​ຂົນ​ສົ່ງ ດິງລາ​ທັງ ​ແລະ ​ເອກ​ອັກຄະ​ລັດຖະທູດDavid Shear ​
ໄດ້ລົງ​ນາມ​ໃນ​ສັນຍາ​ປັບປຸງ​ສັນຍາ​ຂົນ​ສົ່ງ​ທາງ​ອາກາດ
(ພາບ: ອິນເຕີແນດ)

(vovworld) - ວັນ​ທີ 13/12, ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫວຽດນາມ ດິງລາ​ທັງ ​ແລະ ​ເອກ​ອັກຄະ​ລັດຖະທູດ ຜູ້​ມີ​ອຳນາດ​ເຕັມ ​​ແຫ່ງ​ສະຫະລັດ ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ David Shear ​ໄດ້ລົງ​ນາມ​ໃນ​ສັນຍາ​ປັບປຸງ​ສັນຍາ​ຂົນ​ສົ່ງ​ທາງ​ອາກາດ. ສັນຍາ​ນີ້​ມີ​ຜົນ​ສັກສິດ​ຊົ່ວຄາວ​ແຕ່​ວັນ​ທີ 1/4 ປີ ນີ້ ​ແລະ ມີ​ຜົນ​ສັກສິດ​ທາງ​ການ ​ເມື່ອ​ສຳ​ເລັດ​ບັນດາ​ລະບຽບ​ການ​ພາຍ​ໃນ​ທີ່​ຈຳ​ເປັນ. ຕາມກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫວຽດນາມ​ ແລ້ວ, ພາຍຫຼັງ​ມີ​ຜົນ​ສັກສິດ, ສັນຍາ​ປັບປຸງ​ສັນຍາ​ຂົນ​ສົ່ງ​ທາງ​ອາກາດ ຈະ​ສ້າງ​ກາລະ​ໂອກາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການບິນ​ພົນລະ​ເຮືອນ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ສະພາບ​ທີ່ບໍລິສັດ​ການບິນ​ຫວຽດນາມ (Vietnam Airlines) ພວມ​ຄົ້ນ​ຄ້ວາ​ເປີດ​ສາຍ​ການບິນ​ໂດຍ​ກົງ​ເຖິງ ອາ​ເມ​ລິ​ກາ, ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ