ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບ ຈີນ
(VOVWORLD) -ວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໃຫ້ການຕ້ອນຮັບ ທ່ານ ຫູ໊ເຈິ້ງຢ້າວ ຮອງຫົວໜ້າສະມາຄົມການທູດມະຫາຊົນ, ຮອງປະທານກອງທຶນ ສູງຈຽນລິ໊ງ ແລະ ບັນດາຜູ້ແທນສອງປະເທດສອງປະເທດເຂົ້າຮ່ວມ ເວທີປາໄສປະຊາຊົນ ຫວຽດນາມ - ຈີນ ຄັ້ງທີ 11.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບ ບັນດາຜູ້ແທນສອງປະເທດສອງປະເທດເຂົ້າຮ່ວມ ເວທີປາໄສປະຊາຊົນ ຫວຽດນາມ - ຈີນ ຄັ້ງທີ 11 (ພາບ: TTXVN) |
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານກັບ ຈີນ. ທ່ານ ຟ້າມບິ່ງມິນ ສະເໜີໃຫ້ ສະຫະສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບການທູດປະຊາຊົນ ຈີນ ແລະ ສະມາຄົມການທູດມະຫາຊົນ ຈີນ ສົມທົບກັບ ອົງການຕາງໜ້າສອງຝ່າຍ ຈົ່ງຈັດຕັ້ງບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ຈີນ ແລະ ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນສອງປະເທດໃຫ້ເປັນຢ່າງດີ, ໃນນັ້ນ ມີເວທີປາໄສປະຊາຊົນ ຫວຽດນາມ - ຈີນ.
ກ່ອນໜ້ານັ້ນ, ນັບແຕ່ວັນທີ 25 – 28 ທັນວາ 2019, ສອງຝ່າຍໄດ້ສົມທົບກັນຈັດຕັ້ງ ເວທີປາໄສປະຊາຊົນ ຫວຽດນາມ - ຈີນ ຄັ້ງທີ 11 ຢູ່ ແຂວງເງະອານ ສໍາເລັດຜົນ.