ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງສປຊດ້ວຍການປະກອບສ່ວນຢ່າງໃຫຍ່ຫຼວງກ່ຽວກັບການພັດທະນາມະນຸດ ແລະ ການເຕີບໂຕແບບຍືນຍົງ

(VOVWORLD) - ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນບັນດາເວທີປາໄສຫຼາຍຝ່າຍມີຄວາມໝາຍສຳຄັນທີ່ສຸດສຳລັບການກຳນົດຮູບແບບນະໂຍບາຍທົ່ວໂລກ
ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງສປຊດ້ວຍການປະກອບສ່ວນຢ່າງໃຫຍ່ຫຼວງກ່ຽວກັບການພັດທະນາມະນຸດ ແລະ ການເຕີບໂຕແບບຍືນຍົງ - ảnh 1ທ່ານຜູ້ອຳນວຍການໃຫຍ່ UNDP, Achim Steiner ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ນິວຢອກ
(ພາບ: UNDP)

        ທ່ານຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) Achim Steiner ຢືນຢັນວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງສະຫະປະຊາຊາດ ເວົ້າສະເພາະ ແລະ ໂຄງການພັດທະນາສະຫະປະຊາຊາດ ເວົ້າລວມ, ດ້ວຍການປະກອບສ່ວນຢ່າງໃຫຍ່ຫຼວງກ່ຽວກັບການພັດທະນາມະນຸດ ແລະ ການເຕີບໂຕແບບຍືນຍົງທີ່ບັນລຸໄດ້ໃນຊຸມປີມໍ່ໆມານີ້. ຕາມທ່ານ Achim Steiner ແລ້ວ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນບັນດາເວທີປາໄສຫຼາຍຝ່າຍມີຄວາມໝາຍສຳຄັນທີ່ສຸດສຳລັບການກຳນົດຮູບແບບນະໂຍບາຍທົ່ວໂລກ ມີລັກສະນະກວມລວມ ແລະ ການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ ກັບ UNDP ກໍ່ຊ່ວຍເພີ່ມທະວີບົດບາດນຳພາຂອງ ຫວຽດນາມ ໃນການແກ້ໄຂບັນດາບຸລິມະສິດພັດທະນາຂອງພາກພື້ນ ແລະ ສາກົນ.

        ຕີລາຄາກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG), ທ່ານ Achim Steiner ຖືວ່າ, ບັນດາຄຳໝັ້ນສັນຍາຢ່າງຍາວນານຂອງ ຫວຽດນາມ ກ່ຽວກັບການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ເບິ່ງແຍງດູແລສຸຂະພາບທົ່ວປວງຊົນ, ການສຶກສາ ແລະ ພື້ນຖານໂຄງລ່າງທີ່ຈຳເປັນບັນລຸໄດ້ບັນດາໝາກຜົນທີ່ໜ້າຮັບຮູ້, ພິເສດແມ່ນຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ; ລະດັບເຕີບໂຕຄິດສະເລ່ຍບັນລຸ 6% ໃນໄລຍະ 2020 – 2024.

ຕອບກັບ

ຂ່າວ/ບົດ​ອື່ນ