ຫວຽດ​ນາມ ແລະ ມາ​ເລ​ເຊຍ ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ໄດ້ 20 ຕື້ USD ໂດຍ​ໄວ

(VOVWORLD) -  ຕອນບ່າຍວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເພື່ອແລກປ່ຽນກ່ຽວກັບສະພາບການສາຍພົວພັນສອງຝ່າຍສອງປະເທດ ແລະ ບາງບັນຫາຂອງພາກພື້ນ, ສາກົນຫາກໍພົ້ນເດັ່ນໃນໄລຍະເວລາມໍ່ໆມານີ້.
ຫວຽດ​ນາມ ແລະ ມາ​ເລ​ເຊຍ ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ໄດ້ 20 ຕື້ USD ໂດຍ​ໄວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: VOV)

ທ່ານນາຍົກລັດຖະມົນຕີສອງທ່ານເຫັນດີ ຈະຮັບຮອງໂຄງການດຳເນີນການຈັດຕັ້ງຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ມາເລເຊຍ ໄລຍະ 2026 – 2030 ໂດຍໄວ, ເພື່ອແນໃສ່ວາງອອກບັນດາກຳນົດທິດລະອຽດໃຫ້ແກ່ແຕ່ລະຂົງເຂດຫຼັກແຫຼ່ງ; ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD ໂດຍໄວ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ, ການຮ່ວມມືທະເລ ແລະ ມະຫາສະໝຸດ, ໃນນັ້ນ ໃຫ້ບຸລິມະສິດຮ່ວມມືໃນຂົງເຂດນ້ຳມັນອາຍແກັດລະຫວ່າງກຸ່ມບໍລິສັດນ້ຳມັນ PetroVietnam ແລະ ກຸ່ມບໍລິສັດ Petronas ຂອງ ມາເລເຊຍ, ການຮ່ວມມືໃນການຈັບຫາປາລວມ ແລະ ການປ້ອງກັນ, ຕ້ານການຂຸດຄົ້ນສິນໃນນໍ້າແບບຜິດກົດໝາຍ, ບໍ່ລາຍງາຍ ແລະ ບໍ່ປະຕິບັດຖືກຕ້ອງຕາມຂໍ້ກຳນົດ (IUU).

        ກ່ຽວກັບບັນດາການຜັນແປທີ່ເຄັ່ງຕຶງລະຫວ່າງ ກຳປູເຈຍ - ໄທ ໃນໄລຍະມໍ່ໆມານີ້, ນາຍົກລັດຖະມົນຕີສອງທ່ານປາດຖະໜາວ່າ ສອງຝ່າຍຈົ່ງລະງັບໃຈ, ບໍ່ນຳໃຊ້ກຳລັງປະກອບອາວຸດ, ດຳເນີນການເຈລະຈາ, ແກ້ໄຂໂດຍສັນຕິວິຖີ; ເປັນເອກະພາບຈະສົມທົບກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ອື່ນ ປັບປຸງຄວາມສາມັກຄີ, ຊຸກຍູ້ການເຈລະຈາ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ