ຫວຽດນາມ ແລະ ອັງກິດ ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ

ຫວຽດນາມ ແລະ ອັງກິດ ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 6 ຂອງ JETCO
(ພາບ: /baocongthuong.com.vn)


(vovworld) -     ຫວຽດນາມ ​ແລະ ອັງກິດ ຫາ​ກໍ​ວາງ​ອອກ​ຈຸດໝາຍ​ຍົກ​ວົງ​​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ລະ​ດັບ 4 ຕື້ USD ​ແລະ ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ອັງກິດ​ ເຂົ້າ​ຫວຽ​ດນາມ ຂຶ້ນ​ລະດັບ 3 ຕື້ USD ​ໃນ​ປີ 2013, ປີ​ທີ່​ເປັນ​ຂີດ​ໝາຍ​ຄົບຮອບ 40 ປີ​ນັບ​ແຕ່​ເວລາ​ທີ່ 2 ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ. ຈຸດໝາຍ​ນີ້​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ເສດຖະກິດ ​ແລະ ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ອັງກິດ (JETCO), ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ລອນ​ດອນ, ປະ​ເທດ​ອັງກິດ​ ເມື່ອ​ວັນ​ທີ 8/11. ສອງ​ຝ່າຍ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ແລະ ຊອກ​ຫາບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂຄວາມ​ຂັດ​ແຍ່ງ​​​ດ້ານ​ການຄ້າຢ່າງ​ມີ​ປະສິດທິ​ຜົນ, ຊຸກຍູ້​ສິດ​ຊັບ​ສິນ​ທາງ​ປັນຍາ, ​ເພີ່ມ​ທະວີ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນໝາຍ​ຂອງ​ຫວຽດນາມ ​ເມື່ອ​ເຂົ້າ​ຮ່ວມອົງການ​ການ​ຄ້າ​ໂລກ (WTO). ຕາມ​ທ່ານ​ຮອງ​ລັດຖະມົນ​ຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າຫວຽດນາມ Ho Thi Kim Thoa ​ແລ້ວ, JETCO ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຫຼາຍ​ກວ່າ​ອີກ, ນັບ​ທັງ​ການ​ກະກຽມ​ໃຫ້​ແກ່​ບັນດາ​ກອງ​ປະຊຸມ ​ເພື່ອ​ສາມາດ​ຊອກ​ຫາບັນດາ​ມາດ​ຕະການ​​ໃໝ່ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ